Discussion:
ພື້ນວຽງ
(too old to reply)
laokhamhom
2005-01-10 08:04:15 UTC
Permalink
Raw Message
Episode1 - Meuang Viangchanh -
Describing the city as reigned by Chao Anou with queens, Chao Khampong
and Chao Khamchanh. The city encircled by canal and protected by high
city wall with four city gates manned by troops. The cavalry of three
thousand elephants, three hundred horses, thirty thousands soldiers and
court officials in the vacinity of the royal palace. Music and dance
troupe performed all day long for their king and queens. City dwellers
traded freely. Temples and stupas were gilded with gold.
Signs from Indra - Stupas hitted by lightning, gusted wind damaged the
palace, island on the mekong bridged with the riverbank, earth quake
splitted the city road. Doom was coming.

ຕອນທີ໑ ເມືອງວຽງຈັນ

ບັດນີ້ ຮຽມຈັກຕາຕອງແຕ້ມ ຕຳນານໄຂອ່ານ ກ່ອນແລ້ວ
ພ່ໃຫ້ ເຫັນເຫດຮ້າຍ ເມືອງບ້ານວຸ່ນວາຍ ເຈົ້າເອີຍ
ເຜື່ອຈັກ ຈາໄປກວ້າງ ກ໋ຍັງຫຼາຍຍາວຍິ່ງ ຈິງແລ້ວ
ຮຽມກ໋ ເວົ້າແຕ່ຂ໋້ ເປັນບັ້ນບ່ອນຮອມ ແທ້ແລ້ວ
ຟັງເຍີ ຍິງຊາຍເຖົ້າ ສາວຮາມຂຶ້ນໄຫມ່ ຮຽມເອີຍ
ຫຼອນວ່າ ຈຳຈື່ໄວ້ ເມືອຫນ້າສືບໄປ ບໍ່ຮູ້
ຄັນວ່າ ຍືນຍາວຫມັ້ນ ຫຼາຍປີຕັດຕໍ່ ໄປນັ້ນ
ເວົ້າພາກພື້ນ ເຂົານັ້ນຢາກຟັງ ແທ້ແລ້ວ
ຍັງມີ ນັຄເຣດຫ້ອງ ຮຽກຊື່ວຽງຈັນ
ປາການສູງ ແວດຣະວັງແຄມນຳ້
ຫ໋ເກີຍຕັ້ງ ປະຕູທວານທັງສີ່
ຢາຍຫນ່ວຍປ້ອມ ຣະວັງໄວ້ຢູ່ສລອນ
ຫ໋ປາງຕັ້ງ ກາງເມືອງດູອາດ
ຄຳແລະແກ້ວ ເຮືອງເຂັ້ມຮຸ່ງແສງ
ຍາມເມື່ອ ລົມພານຕ້ອງ ສຽງກະດິງດັງມ່ວນ
ຄືດັ່ງ ຜາສາດແກ້ວ ເມືອງໄທ້ເທພດິງ ແທ້ແລ້ວ
ຕົນກະສັດໄທ້ ສເວີຍເມືອງເອກຣາດ
ຊື່ວ່າ ພະອະນຸຣຸທຣາຊເຈົ້າ ບຸນກວ້າງນັ່ງປອງ ຫັ້ນແລ້ວ
ອັນວ່າ ເທວີແກ້ວ ທຽມອົງພະຣາຊ
ຊື່ວ່າ ຄຳປ້ອງເຈົ້າ ແຝງຂ້າງຝ່າຍຂວາ ແທ້ແລ້ວ
ອັນວ່າ ເທວີຊ້າຍ ຄຳຈັນຫັຖບາດ
ສນົມຫນຸ່ມນ້ອຍ ພ໋ຮ້ອຍແວດຣະວັງ
ພາຍສານຊ້າງ ສາມພັນຕົວອາດ
ມ້າມິ່ງຕົ້ນ ສາມຮ້ອຍເຄື່ອງຄຳ ແທ້ແລ້ວ
ເສນາຊັ້ນ ອາສາສາມຫມື່ນ
ເຂົານັ້ນ ຄົນຂນາດກ້າ ຟັນຂ້າກ໋ບໍ່ຕາຍ ແທ້ແລ້ວ
ມີທັງ ໄທພວກຟ້ອນ ຂັບເສບເພັງຣະບຳ
ຫົວທຽມປັກ ປິ່ນຕີນເມືອຟ້າ
ມົງກຸດແກ້ວ ສຸບຫົວເຢາະຢ່ອງ
ຄິງກ່ອມຄ້ອມ ທວຍເຫຼື້ອມແກວ່ງແພນ
ກະສິງໂຂນພ້ອມ ມະໂຫຣີເປັນຫມູ່
ແອະແອ່ນຟ້ອນ ຖວາຍເຈົ້າຊູ່ຍາມ
ຟັງຍິນ ພົນພາດຕ້ອງ ສຽງເສບສວນໄລ ພຸ໊ນເຍີ
ທັງຣະບຳສຽງ ຂຸ່ຍແຄນເພງໄຄ້
ຫອຍສັງຄ້ອງ ສົມສຽງກະຈັບປີ່
ຊຸງຕ່ອຍຕ້ອງ ກົມກົ້ວປີ່ແກ
ຄ້ອງກອງພ້ອມ ໄຊພາດລັ່ນສຽງ
ສຽງສນັ່ນກ້ອງ ກົມກົ້ວກ່ອມໃຈ
ໄທຣະບຳເມັງຟ້ອນ ແກມລະຄອນເຢາະຢອກ
ແຂນໃສ່ມ້າວ ເທິງສ້ອຍເຄື່ອງຄຳ
ສັງວານກ້ຽວ ສາຍສະເອັງສົບສອດ
ຄືດັ່ງ ອິນແຕ່ງແຕ້ມ ມາແທ້ແຕ່ສວັນ
ກ໋ບໍ່ ມິອາດຢ້ານ ເມືອງອື່ນຫມາຍຜຈົນ ໄດ້ແລ້ວ
ຢູ່ກະເສີມສຸກ ໄພ່ໄທທຽວຄ້າ
ຍູທ່າງ ທຳບຸນສ້າງ ຫຼາຍປະການທຸກສິ່ງ
ວັດກໍ່ຕັ້ງ ຄຳແກ້ວເຮື່ອເຮືອງ
ແມ່ນວ່າ ມຫາເຈດີເຈົ້າ ຕຸພນົມຫຼັກໂລກ ເຮົານັ້ນ
ຄຳແຕ່ພື້ນ ເຖິງເທົ້າຮອດປາຍ ແທ້ແລ້ວ
ຝູງຫມູ່ ຍິງຊາຍພ້ອມ ຍິນດີຊົມຊື່ນ
ລົງລາດຕັ້ງ ປະສົງຊື້ຈ່າຍຂອງ
ສາວບ່າວເຄົ້າ ຕໍ່ແຍສວກໃສໃຍ
ທັງວັນຄືນ ບໍ່ນອນຄາວນ້ອຍ
ພ໋ເມື່ອ ຫມື່ນນານແລ້ວ ສາລະມວນມາຮອດ
ກ໋ຈຶ່ງ ຂຳເຂືອກຮ້ອນ ຝູງຂ້າໄພ່ພົນ ແທ້ແລ້ວ
ເຫດວ່າ ເທໂວເຈົ້າ ບັນດົນອຸບາດ ຈິງແລ້ວ
ກ໋ຈຶ່ງ ບັງເກີດເປັນເຫດຮ້ອນ ສູນເຂົ້າບັນດົນ
ອິນກ໋ ເນຣະມິດໃຫ້ ຫຼາຍສິ່ງນາໆ
ເຜື່ືອວ່າ ຊາຕາເມືອງ ເຄື່ອນຄາວຄາດຄ້ອຍ
ແມ່ນວ່າ ຕຸພນົມເຈົ້າ ເຈດີອົງປະເສີດ ກ໋ດີ
ເຈົ້າກ໋ ບັງເກີດໃຫ້ ເປັນຟ້າຜ່າລົງ ແທ້ແລ້ວ
ອັນຫນຶ່ງ ດອນຂອນຂວາງ ສົນເຊຂນັນຢູ່ ພາຍພຸ້ນ
ເລີຍເລົ່າ ຫຍັບເຄື່ອນເຂົ້າ ມາໄກ້ຈິ່ມຈົມ
ອັນຫນຶ່ງ ດິນເມືອງຫ່າງ ແຕກຫວະເປັນທ້າງ
ປາງຜາສາດເຈົ້າ ອົງເອກພົງກະສັດ
ລົມພານພັດ ແປ່ເພທະລາຍມ້າງ
ອັນຫນຶ່ງ ຫາກແມ່ນອິນທາເຈົ້າ ສັນຍານບົ່ງບອກ ແທ້ແລ້ວ
ເພື່ອໃຫ້ ຄຶດສືບໄວ້ ຊູສ້າງຊອ່ຍແຮງ ຫັ້ນແລ້ວ
laokhamhom
2005-01-11 04:01:28 UTC
Permalink
Raw Message
chapter 2 - korat's governor volunteer to bangkok on collecting taxes
and slaves. With one thousand of his troops he stalked by the mekong
river bank, accused and arrested the passerby merchants of various
violations then confiscated their properties. He then mount the mission
to collect Kha Radai tribesmen in the area for slavery. of all the 8
townships (houa meuang thang paed), only phagna kay resisted thus
embittered him.
ຕອນທີ ໒: ຍົກກະບັດເມືອງນະຄອນຣາຊສີມາຂານອາສາ

ບັດນີ້ ຈັກກ່າວເຖິງຍົກກະບັດເຈົ້າ ອາສານະຄອນຣາຊ ກ່ອນແລ້ວ
ມັນກ໋ ເປັນຂ້າໄທ້ ປັນຍາສ້ຽນສ໋້ສົນ ແທ້ແລ້ວ
ມັນກ໋ ທຽວໄປຍຸເຝົ້າ ອົງຫລວງບາງກອກ ພາຍພຸ້ນ
ຮຽມຮ່ຳຮູ້ ດອມເຈົ້າຊູ່ອັນ
ຂ້ານ້ອຍ ຂ໋ທູນເຝົ້າ ບາທາພູວະນາດ
ຂ໋ໃຫ້ ທູນຂມ່ອມແກ້ວ ປົງໃຫ້ຢ່າຂີນ ແດ່ທ້ອນ
ຂ້ານ້ອຍ ຂ໋ໄປຢູ່ເຝົ້າ ບ້ານດ່ານດອນໂຂງ ກ່ອນແລ້ວ
ຂ້າຂ໋ ປຸນແປງເອົາ ຫມູ່ໄທຂເມນຂ້າ
ເຂົານັ້ນ ຄົນດົງແທ້ ຂັດແຂງບໍ່ອອກສ່ວຍ ໃຜນັ້ນ
ຂ້າຈັກ ປອງເສບໃຫ້ ເຂົານັ້ນອອກມາ ພະເອີຍ
ແຕ່ນັ້ນ ອົງຫຼວງເຈົ້າ ປະທານດວງຂາດ
ມຶງຈົ່ງ ໄປຢູ່ຫັ້ນ ຕາມທ້ອນບໍ່ຂີນ ແທ້ແລ້ວ
ຄ້ອມວ່າແລ້ວ ມັນເລົ່າເລີຍລາ
ປນົມກອນຖວາຍ ກາບລາພະອົງເຈົ້າ
ມັນກ໋ ອວ່າຍຫນ້າຊ້າງ ກັບຕ່າວຄືນມາ
ເຖິງນາພຽງ ແກ່ງຄອຍສາວໄຫ້
ຜໍ່ເຫັນ ດົງພະຍາໄຟຂວາງ ພູເຂົາວົງຢູ່ ພຸ້ນເຢີ
ຂຽວຊໍ່ສິ້ວ ຄືຟ້າເມກພະໂຍມ
ເຈົ້າກ໋ ຄອຍເມືອໃຕ້ ປນົມຍົງສຸດພະເນດ
ເຫັນແຕ່ ເຫມືອຍຫມອກກົ້ວ ແຄມນຳ້ແມ່ຊະເລ
ຜໍ່ດູ ພາຍເຫນືອພຸ້ນ ພູຫຼວງແດນມ່ານ
ຫຼາຍຊໍ່ຖ້ານ ພັນຊັ້ນແວດຣະວັງ
ກິນງາຍແລ້ວ ດາກາຍຍ້າຍຍົກ
ເຈົ້າກ໋ ຂ້າມໂຄກຄ້ອຍ ເລີຍເຂົ້າສູ່ເຂົາ
ກອຍແຮງເຮົ້າ ຕີນເຂົາຫນ່ວຍກະບອກ
ອອກຈາກຫັ້ນ ເຖິງເທົ້າຖ້ານຍາວ
ເລີຍຕ່າວຂຶ້ນ ສັນພູຫຼາຍຫຼັ່ນ
ຟັງຍິນ ຈັກຈັ່ນຮ້ອງ ເດືອນຫາ້ວີ່ວອນ
ຄອນໆຂ້າມ ພະຍາດົງຫຼາຍຍ່ານ ໄປນັ້ນ
ຫອມດອກໄມ້ ບານຈີ້ຈໍ່ຈີ
ເລີຍລ່ວງເທົ້າ ເຖິງທີ່ຊາຍອານ
ທີ່ນັ້ນ ເປັນຄາວນອນ ເຄິ່ງດົງໃນຫັ້ນ
ເຈົ້າກ໋ ເຂົ້າຈອດຍັ້ງ ທັບທີ່ພູພຽງ
ສຸຣິໂຍຍ້າຍ ເປັນລົງຄຳ່ຄ້ອຍ
ເຖິງເມື່ອ ຍາມຄຳ່ຄ້ອຍ ແດດອ່ອນອ໋ຣະຊອນ
ຝູງທະນີນົງຄານ ກ່າຍຄອນຮຽງຊູ້
ຝູງຫມູ່ ລີງກັງຜ້າຍ ຜາຍໄປຫາຄູ່
ຄັນຄຳ່ແລ້ວ ເລີຍເຂົ້າສູ່ດົງ
ເຫັນຫມູ່ ບັພໂຕຕັ້ງ ກາງດົງຫຼາຍຫນ່ວຍ
ທົດໆນຳ້ ໂຕນທ້າງຜ່າລົງ
ຜໍ່ເຫັນ ຈັນແດງຕົ້ນ ຈັນໄດເດັຽຣະດາດ
ຫອມດອກໄມ້ ບານບ້າງແຄ່ຜາ
ມີທັງ ຜາຊັນຊັ້ນ ຫຼາຍພນອມແມ່ນຳ້ລ່ວງ
ມົວມືດໄມ້ ມົວຫນ້າປ່າຫນາ
ແດດສ່ອງຕ້ອງ ຫົວຜາຍາມຄຳ່ ມາແລ້ວ
ເຈົ້າກ໋ ຄຶດອ່າວໂອ້ ຄະນິງຫ້ອງຫ່ວງຫລັງ
ກິນແລງແລ້ວ ໄສຍານິທເນັ່ງ
ຟັງຍິນ ເຄົ້າຮຳ່ຮ້ອງ ແຄມຫ້ວຍແຄ່ພູ
ໂອນ໋ ປານນີ້ບຸນຊູແກ້ວ ເມັຽຂວັນຍັງຄ່ອຍຢູ່ ດີລື
ນັບແຕ່ ພີ່ພາກນ້ອງ ປະມານໄດ້ເຄິ່ງເດືອນ ນີ້ແລ້ວ
ເລີຍເລົ່າ ຫລັບໄປແລ້ວ ເຖິງຍາມໄກ້ຮຸ່ງ
ໄກ່ປ່າ ຕົບປີກທ້າ ຂັນຊັ້ນຮຸ່ງຈວນ
ເຈົ້າຕື່ນແລ້ວ ບວກປາກສີຟັນ
ບໍຣະບວນເລີຍ ດ່ວນຳປເມືອຫນ້າ
ກ໋ຈຶ່ງ ເຖິງແຫ່ງຫ້ອງ ເມືອງຣາຊສີມາ
ທີ່ນັ້ນ ຊື່ວ່າຄອນຣາຊແທ້ ເປັນເມືອງປາກດ່ານ ຈິງແລ້ວ
ຫລາຍຂວບມື້ ປັນຍາກ້າແກ່ໄປ
ມັນກ໋ ຈັດຄົນໄດ້ ໂຍທາພັນຫນຶ່ງ
ໄປນັ່ງຂັ້ນ ຂນັນໄວ້ທີ່ຂອງ ຫັ້ນແລ້ວ
ຝູງຊາວຄ້າ ນາວາຂຶ້ນລ່ອງ ມານັ້ນ
ມັນກ໋ ຈັບຜູກໄວ້ ເທຮື້ໂລບເອົາ ແທ້ແລ້ວ
ມັນກ໋ ທຳລັບລ້ຽວ ກັງວົນຫລາຍສິ່ງ
ແຂງວ່າ ເປັນຂ້າເຈົ້າ ບໍ່ມີຢ້ານຢ່ອນໃຜ ແທ້ແລ້ວ
ເລີຍເລົ່າ ອັປຣາຄ້າ ບໍ່ມີໃຜທຽວທ່ອງ ມານັ້ນ
ມັນກ໋ ທຳແກ່ເຂັ້ມ ເປັນເຈົ້າຜູ້ດຽວ ແທ້ແລ້ວ
ມັນກ໋ ແຂງຂົ່ມແພ້ ຫົວເມືອງທັງແປດ
ຈັດເຂົ້າ ເປັນບ່າວແກ້ວ ຕີຂ້າຫມູຣະແດ
ຄົນກ໋ ຕາຍມອດມ້ຽນ ມີຫຼາຍອະນັນເນກ ຈິງແລ້ວ
ຍັງທໍ່ ຂັດວາດໄດ້ ຂນັນເຈົ້າຝ່າຍພະໄກ ແທ້ແລ້ວ
ແຕ່ນັ້ນ ຍົກກະບັດເຈົ້າ ໂກທາກິ້ວໂກດ
ມັນກ໋ ຫງຳເຫງືອດໄວ້ ຂົມແທ້ບໍ່ລືມ ຫັ້ນແລ້ວ
casalao
2005-01-11 04:20:12 UTC
Permalink
Raw Message
ລາວເກົ່າ
2005-01-11 04:55:27 UTC
Permalink
Raw Message
laokhamhom
2005-01-12 03:51:52 UTC
Permalink
Raw Message
ຫນັງສືນີ້ມາຈາກຫນັງສືຜູກໃບລານ ມີທັງຫມົດ ໙໙ ໃບລານ ໑໙໘ ຫນ່້າ ບໍ່ປະກົດຊື່ຜູ້ແຕ່ງ ເປັນຫນັງສື
ບອກເລົ່າເຫດການບ້ານເມືອງຈາກຜູ້ປະສົບພົບພ໋້ໃນຍຸກສໄມນັ້ນເພື່ອຄວາມຊົງຈຳໃຫ້ແກ່ອະນຸຊົນຣຸ່ນຫຼັງ
ໄດ້ຮັບຮູ້ເຖິງຊາຕາກັມທີ່ຂົມຂື່ນໃນອະດີດ ຖືກເຂົາຂ້າເຂົາຕີໃສ່ຂື່ໃສ່ຄາ ຍາດຊິງຊັບສິນ ຂົ່ມຂືນ ເຫຼືອຕາຍ
ກ໋ໄປເປັນຂ້ອຍຂ້າ ຄືກັບບົດເພງລາວແພນນັ້ນແລ້ວ ຖືກໄທຕີຈົນຫຼັງຂ້ອຍລາຍ ມີແຕ່ແຄນຫນ່ວຍດຽວທ່ຽວ
ຂ໋ທານເຂົາກິນ ປິ້ງຕັບໄກ່ໃຫ້ໄທມັນກິນ ໄທກິນແລ້ວເສັຽແນວເຂົ້າປູກ ມາຢູ່ບາງກອກທຸກຍາກແສນສາຫັດ
ຄອຍຖ້າແຕ່ເຈົ້າວຽງຈັນຊິມາພາເມືອບ້ານເມືອເມືອງເກົ່າຫຼັງ ເຣຶ່ອງນີ້ຕ້ອງອ່ານຈາກພື້ນທ້າວເຫລົາຄຳ ພື້ນເຈົ້າ
ຣາຊວົງ ພວກຂ້ອຍຂ້າລາວໃນສຍາມຈຶ່ງມັກເອີ້ນຫາວ່າ ບ້າງເຈົ້າບາງ ບາງຣາຊວົງ ຣາຊວົງເປັນເຈົ້າ
ວຽງຈັນເສົ້າ ເຊົາເດີຢ່າຟ້າວວ່າ ມັນຊິໂປ້ບາດຫຼ້າຫມາກແຕງຊ້າງຫນ່ວຍປາຍ ຊຶ່ງແມ່ນການສ້າງຄວາມຫວັງ
ທີ່ຈະໄດ້ຮັບການປົດປ່ອຍຈາກຄວາມເປັນຂ້ອຍທາດຂອງຊາດອື່ນເຂົາ ໃນພື້ນວຽງສບັບນີ້ບໍ່ໄດ້ເວົ້າເຣື່ອງເຈົ້າ
ຣາຊວົງຫຼາຍ ສ່ວນໃຫຽ່ແມ່ນເວົ້າເຖິງເຫດການທົ່ວໄປ ແຕ່ກ໋ໄດ້ກ່າວເຖິງເຈົ້າຣາຊວົງຫນີໄປເພິ່ງເມືອງພູຊຸນ
ຊຶ່ງຫມາຍເຖິງອັນນາມຫຼືຫວຽດນາມ
laokhamhom
2005-01-12 05:09:30 UTC
Permalink
Raw Message
ລືມຕອບຄຳຖາມທີ່ວ່າ ມີຄວາມຈິງຫຼາຍປານໃດ ? ກ່ອນອື່ນຕ້ອງຖາມທ່ານວ່າ ທ່ານເຊື່ອບໍ່ວ່າມີພະພຸທເຈົ້າ
ຖ້າຫາກທ່ານເປັນຊາວພຸທ ທ່ານກ໋ຈະເຊື່ອເພາະວ່າມີສີລາຈາຣຶກແລະລາຍລັກອັກສອນ ຖ້າຖາມວ່າທ່ານເຊື່ອ
ວ່າມີພະເຍຊູບ໋ ທ່ານກ໋ຈະເຊື່ອວ່າມີຫາກວ່າທ່ານເປັນຊາວສາສນາຄຣິສເພາະມີຫຼັກຖານລາຍລັກອັກສອນເຊັ່ນ
ດຽວກັນ ຫຼືທ່ານວ່າຈະບໍ່ເຊື່ອນອກຈາກໄດ້ພົບເຫັນໂອ້ລົມກັພວກເພິ່ນທັງສອງ ຖ້າເປັນດັ່ງນັ້ນກ໋ເປັນອັນຈົນໃຈ
ຍ້ອນວ່າບໍ່ມີໃຜສາມາດພາທ່ານໄປພົບທ່ານທັງສອງນີ້ໄດ້ຍ້ອນວ່າກາລະເວລາຜ່ານມາໄດ້ຫຼາຍພັນປີແລ້ວ ສຳລັບ
ຄວາມເຊື່ອໃນເຣື່ອງພື້ນວຽງນີ້ກ໋ເປັນເຣື່ອງທີ່ທ່ານຕ້ອງໃຊ້ສະຕິປັນຍາພິຈາຣະນາເອົາເອງໂດຍອ້າງອີງຈາກຫຼັກຖານ
ເກົ່າແກ່ ຈະຫາພະຍານນັ້ນຄົງບໍ່ມີອີກແລ້ວຍ້ອນວ່າບໍ່ມີຄົນທີ່ມີອາຍຸເກີນສອງຮ້ອຍກວ່າມາຢືນຢັນຕໍ່ທ່ານ ທີ່ຍັງ
ເຫຼືອກ໋ເປັນພຽງຫຼານເຫຼັນເຂົາເຈົ້າຊຶ່ງກ໋ແມ່ນພວກເຮົານີ້ແລ້ວ ທີ່ນຳມາສເນີນີ້ບໍ່ແມ່ນເພື່ອມາປຸກຣະດົມຄວາມ
ຄຽດແຄ້ນຫຍັງດອກ ເອົາມາເພື່ອເປັນຄວາມຮູ້ ໃຫ້ຮູ້ຈັກອະດີດ ພື້ນວຽງຈຶ່ງນັບວ່າເປັນປະວັດສາດຫນ້າຫນຶ່ງໃນ
ຈຳນວນປະວັດສາດທີ່ເຮົາບໍ່ມີ ສິ່ງທີ່ເຮົາມີແມ່ນພົງສາວະດານ ມັນເປັນປະວັດສາດຍ້ອນມັນກ່ຽວພັນຢ່າງເລິກ
ເຊິ່ງຕໍ່ຊີວິດຂອງຮາຊດອນໃນຍຸກນັ້ນ ຕ່າງຈາກພົງສາວະດານ ພື້ນວຽງແມ່ນວັນນະກັມຊຶ່ງບັລຍາຍເຖິງເຫດການ
ໂດຍປະຊາຊົນຄົນສາມັນ ສ່ວນພົງສາວະດານບັລຍາຍໂດຍເຈົ້າຫນ້າທີ່ເສນາອາມາດຜູ້ບັນທຶກເຫດການໃນຮົ້ວ
ໃນວັງ ນີ້ຄືຂ໋້ແຕກຕ່າງທີ່ເຮົາຕ້ອງໃຈ້ແຍກ ເພາະສນັ້ນທ່ານຈະອ່ານເພື່ອຄວາມມ່ວນຊື່ນເຫມືອນກັບນິຍາຍ ຫຼື
ຈະອ່ານເພື່ອຄວາມຮູ້ໃນທາງປະວັດສາດກ໋ແລ້ວແຕ່ທ່ານເອງຕາມອັທຍາໄສ
ລາວຄຳຫອມ
laokhamhom
2005-01-12 03:27:40 UTC
Permalink
Raw Message
chapter 3 - Unhappy Phagna Kay reported the atrocity committed by this
korat's official to rama3 in bangkok. Rama3 ordered one of his advisor
to arrest him. He bribed that advisor. Rama3 then send phagna khamdeng
to follow up. He bribed again. Finally he was brought to bangkok, but
with the wealth he amassed which he brought to rama3 and with the help
of the court officials, he was not punished, instead he was promoted and
bestowed a noble title as phagna phomphakdi, phakdi was to signify his
loyalty. He then asked and was granted the request to rule Meuang Khong
(sithandon) while awaiting vacancy of korat since phagna bounchanh was
ruling korat at the time. He was assured that korat post would be his
should the old and sicked phagna bounchand die. In chapter 4 While he
held the post at Meuang Khong he would be acquainted with a notorious
monk known as Sakhiatgnong where he later enticed this rebellious monk
to burn Meuang Pasak (champasack).
ຕອນທີ ໓: ພະຍາໄກຟ້ອງເຣື່ອງຍົກກະບັດໂຄຣາດຕໍ່ບາງກອກ

ແຕ່ນັ້ນ ພະຍາໄກເຈົ້າ ພູຂັນຕົນອາດ
ເຈົ້າກ໋ ຄຶດຄຽດຮ້າຍ ໄທຄວ້າງຂົ່ມເຫັງ
ເຈົ້າກ໋ ຕີຕາຟ້ອງ ໄປເຖິງບາງກອກ
ຖວາຍແກ່ ທູນຂມ່ອມແກ້ວ ຄະນຶງແຈ້ງເຫດການ ຫັ້ນແລ້ວ
ແຕ່ນັ້ນ ອົງຫຼວງເຈົ້າ ກຸງສີຟັງພາກ
ກ໋ຈຶ່ງ ທັນເອົາຄຸນອາມາດເຈົ້າ ໄປແທ້ຜູກເອົາ ຫັ້ນແລ້ວ
ຍົກກະບັດ ມັນກ໋ແປງຄຳດີ ໃສ່ຫູແວນຈ້ອຍ
ເງິນຄຳໃຫ້ ສິນບົນພ໋ຊັ່ງ
ຄຸນມຫາອາມາດເຈົ້າ ຫຼົງກົນຄົນກ່າວ
ເລີຍບໍ່ຮ້າຍ ກາຍປີ້ນວ່າດີ ຫັ້ນແລ້ວ
ພ໋ເມື່ອ ເຫິງນານແລ້ວ ບໍ່ເຫັນຄືນມາຄອບ ພະອົງນັ້ນ
ທູນຂມ່ອມແກ້ວ ໃຈເຂັ້ມດັ່ງໄຟ
ຊຳ້ເລົ່າໃຊ້ ພະຍາໃຫຽ່ຄຳແດງ
ມຶງຈົ່ງ ໄປຈົງໄວ ຜູກເອົາຢ່າຊ້າ
ແຕ່ນັ້ນ ພະຍາໄກສອນຄຳແດງເຈົ້າ ໂດຍພລັນຟ້າວຟັ່ງ
ໄປຮອດ ມະຫາອາມາດເຈົ້າ ຖາມຜ້ຽນຊູ່ອັນ ຫັ້ນແລ້ວ
ແຕ່ນັ້ນ ຍົກກະບັດຜູ້ ຄົນດີປັນຍາມາກ
ມັນກ໋ ເວົ້າພາກຕ້ານ ຖວາຍແຈ້ງຊູ່ເຊີງ ແທ້ແລ້ວ
ເຂົາຈຶ່ງ ພາກັນເຂົ້າ ເມືອເຖິງບາງກອກ
ຂອງມາກລົ້ນ ຖວາຍເຈົ້າແຕ່ຄຳ
ນ໋ງາພ້ອມ ຂອງຄາມມີມາກ
ຂ້ອຍຂ້າໄດ້ ພ໋ຮ້ອຍມີຖວາຍ
ແຕ່ນັ້ນ ອົງຫຼວງເຈົ້າ ກະຣຸນາຊົມຊື່ນ
ເຂົາຈຶ່ງ ປົງອາດໃຫ້ ແຖມຊຳ້ຕື່ມນາມ ຫັ້ນແລ້ວ
ຊື່ວ່າ ພະຍາພົມພັກດີແທ້ ສເວີຍເມືອງຄອນຣາຊ ຈິງເທີ້ນ
ກັບທັງ ຂ້າໄພ່ພ້ອມ ວາງໃຫ້ແກ່ມຶງ ແທ້ແລ້ວ
ມັນກ໋ ຮັບອ່ານແລ້ວ ພອນພະອົງດວງຂາດ
ຊຳ້ເລົ່າ ທູນຄອບຂ໋້ ຂ໋ແຈ້ງຊູ່ອັນ
ຂ້ານ້ອຍ ຂ໋ເມືອສ້າງ ເມືອງໂຂງຂອງເກົ່າ ພາຍພຸ້ນ
ເພື່ອໃຫ້ ເປັນດ່ານຕັ້ງ ຂນັນໄວ້ຫມູ່ແກວ ເຈົ້າເອີຍ
ແຕ່ນັ້ນ ອົງຫຼວງເຈົ້າ ທົວພະໄທຕັດໂຜດ
ມຶງຈົ່ງ ຈັດໄພ່ພ້ອມ ໄປຕັ້ງເຂື່ອນແຂງ ຫັ້ນເທີ້ນ
ທໍ່ວ່າ ຄອນລາດນີ້ ບຸນຈັນສເວີຍຣາຊ ຢູ່ນັ້ນ
ມັນກ໋ ເຖົ້າແກ່ແລ້ວ ຊະຣາລຳ້ຊົ່ວປະມານ ແທ້ແລ້ວ
ເມື່ອໃດ ພະຍາບຸນຈັນເຈົ້າ ອະນິຈຈາລົດຊົ່ວ ໄປນັ້ນ
ທ່ານຈຶ່ງ ຄືນສືບສ້າງ ເປັນເຈົ້ານັ່ງປອງ ຫັ້ນທ້ອນ
laokhamhom
2005-01-14 05:15:32 UTC
Permalink
Raw Message
chapter4: Phagna Phomphakdy back to rule Meuang Khong
Described his journey to Meuang Khong (Don Khong) passing many towns and
forests. Once reaching Meuang Khong he exerted his power over all other
local rulers, thao and phagna alike. He summoned the local rulers of Ban
Dan, Vapikhamthong, Ubon, Sisaket, Phoukhan,Attapeu to join him on his
hunt for the kha tribesmen, the savages as he called it. Predominantly
are the Radai and Gnaheun tribes (note: Kommadam, a famous rebellion
agains the french was a Gnaheun, the descendant of the escapee).

ຕອນທີ ໔: ພະຍາພົມພັກດີໄປຄອງເມືອງໂຂງອີກເທື່ຶອຫນຶ່ງ

ແຕ່ນັ້ນ ພະຍາພົມພັກດີເຈົ້າ ບັງຄົມລາເລີກ
ກັບຕ່າວຕັ້ງ ມາແທ້ບໍ່ນານ
ກ໋ຈຶ່ງ ຮອດແຫ່ງຫ້ອງ ເຖິງເມືືງນະຄອນຣາຊ
ຂຶ້ນຢູ່ຫ້ອງ ໂຮງກວ້າງແຫ່ງຕົນ
ເຈົ້າກ໋ ເນົາແຫ່ງຫ້ອງ ສີມານະຄອນຣາຊ
ເດືອນຫນຶ່ງແລ້ວ ເລີຍລຳ້ລ່ວງໄປ
ມັນກ໋ ຈັດຫມູ່ແກ້ວ ໂຍທາລັດເລັ່ງ
ມາພຳ່ພ້ອມ ຕາມເຈົ້າຊູ່ນາຍ ແທ້ແລ້ວ
ພ໋ຍາມແລ້ວ ມຫາໄຊຍ້າຍອອກ
ເຈົ້າກ໋ ເຕືອນບ່າວກ້າ ເດີນຫນ້າກ່ອນພົນ
ເສີນໆຊ້າງ ແຊງງອນຄາດເຄື່ອນ
ອົງອາດເຈົ້າ ທົງແລ້ວຂີ່ໄປ
ສຽງກະດິງກ້ອງ ອຣັນຍາແຖວເຖື່ອນ ພຸ້ນເຢີ
ຂ້າມທົ່ງກວ້າງ ມູນຊົ້ງກວ່າງເກີຍ
ເຈົ້າກ໋ ວອຍໆຂ້າມ ແດນເມືອງຫຼາຍຍ່ານ ໄປແລ້ວ
ອອກໂຄກກວ້າງ ໄຟໄຫມ້ປ່າແປນ
ຜໍ່ເຫັນ ດວງດອກໄມ້ ຮັງອະຣວນຫອມອ່ອນ ພຸ້ນເຢີ
ຍາມເມື່ອ ລົມພັດຕ້ອງ ຂະຈອນຟົ້ງພຸ່ງຜາຍ
ໂພນໂດກ ຈັບກິ່ງກ້ານ ຮ້ອງຮ່ຳສຽງວອນ
ຊົມສະອອນອົກ ດອກຮັງບານຮັ້ງ
ຈິກແຄມຄ້ອມ ກະຍອມຫອມດອກກະບາກ
ກ້ານກ່ອງສ້ອຍ ພຽງພົ້ວຈໍ່ຈີ
ສະກຸນີເຄົ້າ ເຊີຍຊົມດວງດອກ
ເຮຮຳ່ຮ້ອງ ສຽງຮ້ອງອິ່ນອອຍ
ລາງຕົວ ອອຍຊົມຊູ້ ຊູສອງຮັກຮ່ວມ
ຮັກຮ່ວມຊ້ອນ ຊົມປ້ອງຊ່າງປອງ
ສອງສຖິດໃກ້ ພິຣົມຮັກຮ່ວມ
ຮັກຮູບ ນ້ອງສົມເສບຊ້ອນ ແຮມຣັ້ງຮົ່ມຮັງ
ບາຄານເຈົ້າ ຄອຍຫຼັງສຸດຜໍ່
ເຈົ້າກ໋ ໄປບໍ່ຢັ້ງ ຫຼາຍມື້ຖີບຄາວ
ເລີຍເລົ່າ ກາຍຫົນຫ້ອງ ພູຂັນຂນັນດ່ານ
ກ໋ຈຶ່ງ ເຖິງແມ່ນຳ້ ຂອງກວ້າງຍ່ານຍາວ
ເຈົ້າກ໋ ໄປນັ່ງຕ້ອນ ດອນໂຂງຂນັນຢູ່ ຫັ້ນແລ້ວ
ກ໋ບໍ່ ມິຢ່ອນຢ້ານ ໃຜແທ້ທໍ່ໃຍ
ເມືອງໃດ ຍັງຂັດຂວ້າງ ບໍ່ມີຫວັງຕິດຕໍ່ ໄປແລ້ວ
ມັນຈັກ ຂຳເຂືອກຮ້ອນ ເມືອງເຈົ້າວຸ່ນວາຍ ແທ້ແລ້ວ
ມັນຫາກ ລືກູແລ້ວ ພະຍາພົມນະຄອນຣາຊ ຈິງແລ້ວ
ອັນວ່າ ເມືອງຫມູ່ນີ້ ກູໄວ້ກ໋ຈຶ່ງຍັງ ແທ້ແລ້ວ
ແຕ່ນັ້ນ ເຈົ້າກ໋ແປງຕາໃຊ້ ໄປເຖິງທຸກແຫ່ງ
` ບອກສຳ່ຂ້າ ຂຸນທ້າວຫມູ່ພະຍາ
ຕັ້ງແຕ່ ຫົວເມືອງຫມັ້ນ ຄຳທອງປັດຂາດ
ຈັດຫມູ່ຊ້າງ ຄົນພ້ອມເລັ່ງມາ
ອັຕປືພ້ອມ ແສນປາງບ້ານດ່ານ
ບອກໃຫ້ ຈັດສຳ່ຂ້າ ຕຽມໄວ້ຢ່ານານ ທຽວເທີ້ນ
ພູຂັນພ້ອມ ອຸບົນສີສະເກດ
ຈັດເລັ່ງເຂົ້າ ມາແທ້ຊູ່ເມືອງ
ທັງກັບ ປາສັກພ້ອມ ຈຳປາປັດຂອດ
ຈັດເລັ່ງເຂົ້າ ມາພ້ອມຊູ່ເມືອງ
ເຮົາຈັກ ໄປຕີຂ້າ ເມືອງຣະແດຂັດແຂກ ຈິງແລ້ວ
ເຂົານັ້ນ ຂ້າປ່າຮ້າຍ ບໍ່ມີຮູ້ບາບບຸນ ແທ້ແລ້ວ
ຮວມພົນແລ້ວ ເຖິງຍາມຍ້າຍອອກ
ຍາບໆແສ້ ຄົນເຄົ້າຄັ່ງທາງ
ເສີນໆຊ້າງ ພັງພາຍໄຫຼຫຼັ່ງ ໄປແລ້ວ
ຮອດດ່ານຂ້າ ເຂົາເຕັ້ນແຕກທະລາຍ
ເຂົາກ໋ ຈັດກັນໄດ້ ມາຕັນຜົກຢູ່
ເຂົາກ໋ ຍິງຫນ້າໄມ້ ມາແທ້ສວ່ານສົນ
ຂ້າຣະແດພ້ອມ ທັງຫມູ່ຍາເຫີນ
ເຂົາກ໋ ມວນກັນມາ ລັດທາງພູຄ້ອຍ
ແຕ່ນັ້ນ ພະຍາພົມເຈົ້າ ເຕີນພົນທຸກຫມູ່
ສູຈຶ່ງ ປະດັບແຕ່ງຕັ້ງ ຕົນແທ້ຊູ່ຄົນ ທຽວເທີ້ນ
ຄ້ອມປ່າວແລ້ວ ເລີຍລັ່ນສະບູຫຼວງ
ຄືດັ່ງ ພູຜາເພ ເກື່ອນລົງທລາຍມ້າງ
ຂ້າຕື່ນເຕັ້ນ ປົບແລ່ນພລັນຫນີ
ເຂົາກ໋ ປະຂອງເສັຽ ຫມູ່ປືນທັງຫນ້າ
ເຂົາກ໋ ໄປຊອກລີ້ ຕົນຢູ່ບໍ່ມີຕີງ
ເຈົ້າກ໋ ເອົາກຳລັງ ແວດເອົາເລີຍໄດ້
ສາມສີ່ບ້ານ ຈັບເອົາປັດຂອດ
ຍັງປ່ອຍຫນ້ອຍ ເອົາໄດ້ສ່ວນຫຼາຍ ແທ້ແລ້ວ
ໄດ້ມາກແລ້ວ ກັບຕ່າວຄືນມາ
ເຖິງເມືອງໂຂງ ຈອດພາຍຮຽງຮ້ານ
ຫົວເມືອງພ້ອມ ທູນເມືອລາເລີກ
ຮອດແຫ່ງຫ້ອງ ເມືອງບ້ານຊູ່ພະຍາ
laokhamhom
2005-01-14 06:09:56 UTC
Permalink
Raw Message
chapter 5: Monk Sa (Sakhiatngong)

A monk from vientiane who fled Siam during the early years came to
resided in Ban NongBoua near Taopoun of Champasack. For so many years
that he resided there in his monkhood, he learned many black magical
tricks and earned the respect of the locals. He build the stone temple
on top of Phou Khiatngong and amassed large number of followers, the kha
and lao alike. He claimed to be in his 3rd reincarnation where his past
life was also Khoun Cheuang, thus make the kha loved him even more. He
was hot like a pop star of his time. His temple was then his harem
filled with women where he indulged in pleasures. He renamed his
palacial temple as Doy Khiri.

ຕອນທີ ໕: ເຈົ້າຫົວ ສາເກດໂງ້ງ

ບັດນີ້ ຈັກກ່າວເຖິງສັມນະເຈົ້າ ທັງສິນນັກບວດ ກ່ອນແລ້ວ
ບັງເກີດ ເຕຊະກ້າ ທັງຄ້າຍກ່າວຂານ
ເຈົ້ານັ້ນ ແນວນາມເຊື້ອ ວຽງຈັນເບື້ອງແມ່ ຈິງແລ້ວ
ແຕ່ກ່ອນ ໄທແປ່ມ້າງ ເອົາແທ້ກວາດຫນີ ແທ້ແລ້ວ
ກ໋ຈຶ່ງ ຕົກແຫ່ງຫ້ອງ ເຖິງທີ່ແຄມສັກ

ເປັນອານາ ເຂດໄທຈິງແທ້
ປັກບ່ອນບ້ານ ຮຽກຊື່ຫນອງບົວ
ຖັດເຕົາປູນ ຜໍ່ຄອຍເຫັນບ້ານ
ເຈົ້າບວດສ້າງ ທົງທັມເລີຍແກ່
ກ໋ຈຶ່ງ ລືທົ່ວເທົ້າ ແດນຂ້າຝ່າຍລາວ
ຊື່ວ່າ ເຈົ້າຫົວສາແທ້ ຕາມນາມແຕ່ພໍ່ ຄູນັ້ນ
ບັດນີ້ ເຂົາເລົ່າເອີ້ນວ່າເຈົ້າເກດໂງ້ງ ຈິງແທ້ຊູ່ຄົນ ຫັ້ນແລ້ວ
ເຈົ້າກ໋ ສ້າງວັດກວ້າງ ຢູ່ທີ່ຈອມເຂົາ
ເອົາສີລາ ກໍ່ເປັນບັນລັງແກ້ວ
ຄວນງຶດງ໋້ ເຫັນຕ່າງພາຍຫຼັງ
ຄົນທັງຫຼາຍ ເລົ່າລືທັງຄ້າຍ
ເຂົາກ໋ ມີໃຈເຫຼື້ອມ ກິນທານດອມຍິ່ງ
ຝູງຫມູ່ ຊີເກົ່ານັ້ນ ບໍ່ເອື້ອລໍ່າຄອຍ ແທ້ແລ້ວ
ເຂົາກ໋ ເສີນໆຍ້ອງ ເປັນສົມຕົນປະເສີດ
ຝູງຫມູ່ ຊີເກົ່ານັ້ນ ເຂົາຊຳ້ປມາດເສັຽ ຫັ້ນແລ້ວ
ອັນວ່າ ພູເກດໂງ້ງ ຈຳເຂດຈາມປາສັກ
ບັງເກີດເປັນອັນດີ ເຮື່ອເຮືອງຄົນສ້າງ
ເຈົ້າກ໋ ປູກຕົ້ນພ້າວ ຫນ້າແກ່ນຫີນພະລານ
ບັງເກີດ ເປັນແຊງດົກ ຫມາກກອງພວງພົ້ວ
ມີທັງ ຕົ້ນດອກໄມ້ ເດັຽຣະດາດເປັນຖັນ
ເປັນດວງດົກ ເຮື່ອເຮືອງບານເຂັ້ມ
ຂຸດສະຕັ້ງ ກາງຫີນດູອາດ
ໃສສ່ອງນຳ້ ບໍ່ມີແຫ້ງຂາດເຂີນ
ຝູງຫມູ່ ບ໋ຣິວານຂ້າ ມາມວນເປັນບ່າວ
ກັບທັງ ລາວພັ່ງພ້ອມ ສາວແສ້ຊື່ນຊົມ
ເຈົ້າກ໋ ພາເຂົາສ້າງ ບັນລັງສູງເປັນມົນດົບ
ກວມກໍ່ຕັ້ງ ຫີນລ້ວນແຜ່ນພະລານ
ທຳນຽມໃຫ້ ເຫມືອນຫ໋ກວມບາດ ຈິງແລ້ວ
ປາສາດຕັ້ງ ກາງຂຶ້ນສີ່ທວນ
ຫຼັງຊອນຊ້ອນ ໃນທວນທັງສີ່
ນາກກ່າຍກ້ຽວ ຫົວຊ້ອງຊໍ່ຄຸຍ
ເຈົ້າກ໋ ຖວາຍຊື່ຂຶ້ນ ແຖມອີກເປັນສອງ
ຊື່ວ່າ ດອຍຄິຣີວົງ ເທພສອນຈິງແທ້
ທໍ່ວ່າ ພູເກດໂງ້ງ ນາມເກົ່າພາຍຫຼັງ
ເຮົາກ໋ ສ໋ຣະຍານເຫັນ ແຕ່ຫຼັງເຄີຍສ້າງ
ເຮົາກ໋ ມາຢູນີ້ ສາມຊາດດີຫຼີ
ເກດເປັນຣາຊາ ແມ່ນເຈືອງຫານເຈົ້າ
ຝູງຫມູ່ ໄທຊາວຂ້າ ຍິນດີຊົມຊື່ນ
ບັດນີ້ ເຈົ້າແຫ່ງເຮົາເກີດແລ້ວ ຄຳຮ້ອນບໍ່ມີ ແທ້ແລ້ວ
ແຕ່ນັ້ນ ສ້າງວັດແລ້ວ ບ໋ຣະບວນທຸກສິ່ງ
ເຈົ້າກ໋ ຈັດເອົາຝູງຫມູ່ສາວພີ່ນ້ອງ ມາຟ້ອນເປີກສລອງ
ຝູງຫມູ່ ຍິງສາວພ້ອມ ມີຜົວກ໋ຜິດດ່າ ກັນນັ້ນ
ເຜື່ອວ່າ ໃສຕໍ່ເຈົ້າ ອົງລຳ້ຢາກທານ ແທ້ແລ້ວ
ແຕ່ນັ້ນ ເຈົ້າເກດໂງ້ງ ສຖິດແທ່ນບັນລັງ
ຝູງຫມູ່ສາວນົງຮາມ ແວດຣະວັງວຽນອ້ອມ
ເຈົ້າກ໋ ຢາຍພາບແກ້ວ ເກາະກ່າຍເປັນກອນ
ຝູງສາວຮາມ ວ່າຕາມທັງຟ້ອນ
ເຢັກຂາຂຶ້ນ ແປນນົມປະໄຫຼ່
ເຈົ້າເກດໂງ້ງ ຄອຍສິ້ງລາໍ່ແຍງ
ສາວງາມນ້ອຍ ແລງງາຍປະໄປ່ ໄປແລ້ວ
ເຜື່ອວ່າ ເຕຊະເຈົ້າ ຄວາມກຸ້ມກ່ອມໃຈ ແທ້ແລ້ວ
ເຫດວ່າ ອິນຢູ່ຟ້າ ກັບເພດບັນດົນ
ກ໋ຈຶ່ງ ຫຼົງໂມຫາ ວ່າດີດອມແທ້
ອີ່ລຸງທອງວັນ
2005-01-14 20:41:02 UTC
Permalink
Raw Message
laokhamhom
2005-01-18 04:21:19 UTC
Permalink
Raw Message
chapter 6: Saketngong burned Meuang Pasak
Saketgnong was enticed by phagna phompakdi to burn champasak, hoping
when thing settled down he would be made its new ruler. Saketgnong then
planned the sneak attack with phompakdi using his kha followers. Pasak
was in pandemonium. People fled everywhere. They fled as far to
Moukdahan and Nakhonphanom. The king of pasak fled to seek shelter with
phomphakdi, but he wouldn't help so he fled to jungle. Saketgnong
himself went on hiding in phou gnapou, perhaps after he realized the
magnitude of the damage and fear of the consequence that would bring
him, which it would surely did when Chao Anou came for him in the next
chapter.


ຕອນທີ ໖: ພຍາພົມພັກດີຍົວະໃຫ້ສາເກດໂງ້ງຈູດເມືອງປາສັກ

ແຕ່ນັ້ນ ຄຳຊ່າເທົ້າ ເຮຶອງຮອດພຍາພົມ
ມັນກ໋ ມາທຳສະຫາຍດອມ ຮາໍ່ຮຽນມົນແກ້ວ
ແລ້ວຈຶ່ງ ອາຍັດໃຫ້ ປອງຈູດເມືອງປາສັກ
ໃຫ້ມັນ ອາວະສານເສັຽ ມຸ່ນວາຍເພມ້າງ
ເຮົາຈຶ່ງ ເນົາສືບສ້າງ ແທນທີ່ປຸນປອງ ຮັກເຮີຍ
ເງິນຄຳຈັກ ເກີດມາມີໄຮ້
ເຮົາຈຶ່ງ ໄປຕີຂ້າ ເມືອຖວາບທູນຂມ່ອມ ພາຍພຸ້ນ
ຫາກຈັກ ລຸທີ່ແມ້ງ ໂດຍໄດ້ດັ່ງໃຈ ແທ້ແລ້ວ
ບໍ່ກວ່າ ຄຳຄຶດເຈົ້າ ສັນໃດໃຫ້ມັນຄ່ອງ ຫັ້ນທ້ອນ
ຄັນວ່າ ຍັງປິວຟົ້ງ ເມືອຫນ້າບໍ່ດີ ແທ້ແລ້ວ
ໃຫ້ເຈົ້າ ເອົາຝູງຂ້າ ມາໂຮມເປັນບ່າວ ຫັ້ນທ້ອນ
ເມື່ອໃດ ຍ໋ຍົກແລ້ວ ກຳລັງຂ້ອຍຊິແຕ່ງຕາມ ແທ້ແລ້ວ
ແຕ່ນັ້ນ ເຈົ້າເກດໂງ້ງ ສະມະນະເຊື່ອຟັງຄຳ
ເລີຍເລົ່າ ລືມຄອງສົມ ບໍ່ຄະນິງເມືອຫນ້າ
ຄອງວ່າ ຊິໄດ້ນັ່ງສ້າງ ສເວີຍຣາຊປາສັກ
ຫຼອນວ່າ ເປັນດັ່ງຄຳພຍາພົມ ບອກຈຳຈິງແທ້
ສອງຂາຕ້ານ ເປັນເລດຄຳຣະຫັດ
ກ໋ບໍ່ ຜາຍຄຳຄວນ ຕໍ່ໃຜອຳໄວ້
ບາກ໋ ແປງກົນລ້ຽວ ຫຼາຍເຊີງອັນຕ່າງ
ເຂົາກ໋ ຈັດຫມູ່ຂ້າ ມາລ້ອມແຫ່ແຫນ
ຕົວະວ່າ ກູນີ້ອົງເຈືອງເຈົ້າ ບາບຸນປາງກ່ອນ ຈິງແລ້ວ
ກ໋ນຳບ່າວແກ້ວ ພາຂ້າໄພ່ພົນ ແທ້ແລ້ວ
ເຫດວ່າ ສາມແສນນີ້ ບ໋ຣິວານປາງກ່ອນ ຈິງແລ້ວ
ກ໋ຈັກ ນຳໂຜດໃຫ້ ສູໄດ້ເພິ່ງບຸນ ແທ້ແລ້ວ
ແຕ່ນັ້ນ ຝູງຊາວຂ້າ ຍິນດີຊົມຊື່ນ
ບັດນີ້ ມາຈວບເຈົ້າ ເຮົາແລ້ວແມ່ນບຸນ ພະເຮີຍ
ເຈົ້າກ໋ ອານັດຂ້າ ຝູງຫມູ່ອາສາ
ສູຈົ່ງ ຟັງຄຳກູ ຊູ່ຄົນຕົງສ້ຽງ
ກູຊິ ຫາສູເຈົ້າ ໄປຈູດເມືອງປາສັກ ກ່ອນແລ້ວ
ໃຫ້ມັນ ເພທະລາຍເສັຽ ຢ່າໃຫ້ເປັນເມືອງບ້ານ
ເຮົາຈຶ່ງ ເນົາສືບສ້າງ ເສວີຍຣາຊແທນເມືອງ
ສູຈັກ ມີຄຳສຸກ ສືບໄປພາຍຫນ້າ
ຂ້າກ໋ ຊົມຊື່ນແທ້ ອາສາໄປກ່ອນ
ແນມທໍ່ ໄດ້ເພິ່ງເຈົ້າ ປາງນີ້ບໍ່ແຫນງ ແທ້ແລ້ວ
ເຈົ້າກ໋ ແປງຕາໃຫ້ ໄປເຖິງສະຫາຍຣາຊ
ຂ້າຈັກ ຍ໋ຍົກຍ້າຍ ວັນຫນ້າທ່ຽງຈິງ ຮັກເອີຍ
ແຕ່ນັ້ນ ພຍາພົມເຈົ້າ ຈັດເຕີນຝູງບ່າວ
ສູຢ່າຊ້າ ດາຫ້າງແຕ່ງຕົວ ທຽວເທີ້ນ
ສູຈຶ່ງ ຂຽວຄືນເຂົ້າ ໄປໂຮມສຫາຍສ່ຽວ ກູພຸ້ນ
ມັນຫາກຮູ້ ໃນຫັ້ນຊູ່ອັນ ແທ້ແລ້ວ
ເຂົາກ໋ ໂດຍຄຳເຈົ້າ ຂຽວຄືນລັດເລັ່ງ
ຮອດທີ່ ເຈົ້າເກດໂງ້ງ ສົມເຂົ້າຫມູ່ດຽວ
ພຍາພົມນັ້ນ ແປງກົນບໍ່ຮູ້ເມື່ອ ສັງນັ້ນ
ມັນກ໋ ທຳແກ່ເຂັ້ມ ຂນັນໄວ້ດ່ານທາງ ຫັ້ນແລ້ວ
ອັນວ່າ ເຈົ້າເກດໂງ້ງ ທົງເພດເປັນສົມ ສິ່ງນັ້ນ
ກ໋ບໍ່ ລາຄອງວັດ ຈາກອົງສິນແກ້ວ
ເຫດວ່າ ໂລພາພົ້ນ ເມືອງຄຳແສນສິ່ງ
ນະຮົກນັ້ນ ບໍ່ມີໄດ້ອ່າວຄະນຶງ ແທ້ແລ້ວ
ເມັຽມັນນັ້ນ ສາມຄົນທັດທ່ຽງ
ຫາກວ່າ ເປັນປອບຮ້າຍ ເຂົາແທ້ເພິ່ງບຸນ ຫັ້ນແລ້ວ
ຄ້ອມຮຸ່ງແລ້ວ ເຕືອນຫມູ່ໂຍທາ
ເຈົ້າກ໋ຍ໋ພົນໄປ ຮອດໂຮງມີຊ້າ
ໄຟຈູດເຂົ້າ ຫົວເມືອງຕິດຕໍ່ ໄປແລ້ວ
ໄຟໄຫມ້ກຸ້ມ ກຸມເຂົ້າຊູ່ພາຍ
ຄົນທະລາຍເຕັ້ນ ປົບຫນີຟ້າວຟັ່ງ
ຊັ້ງໆໃຫ້ ສຽງຟື້ນທົ່ວເມືອງ
ຍາບໆຂ້າ ຮ້ອງໂຫ່ສຽງນັນ
ຄວັນໄຟຄົບ ມືດມົວຄຸງຟ້າ
ຄົນຕື່ນເຕັ້ນ ປົບແລ່ນລົງເຮືອ
ພາຍເຕັມແຮງ ຖີບໄປມີຊ້າ
ລາງພ່ອງ ປົບແລ່ນຟ້າວ ສິ້ນຄີ່ແປນຕົວ ກ໋ມີ
ລາງຄົນປົບ ແລ່ນນຳແຄມນຳ້
ລາງພ່ອງ ໄປລອບລີ້ ດອນເລົາແຄມເຫຼົ່າ
ລາງພ່ອງ ຫົວຊ່ອນຊົ້ນ ແປນກົ້ນເຕົ່າສກົນ ກ໋ມີ
ຝູງຫມູ່ ສາວຮາມນ້ອຍ ທັງໂສມສອນໃຫຽ່
ພັດພາກຊູ້ ຄະນິງໂອ້ອ່າວອອນ
ໂອນ໋ ແຂງວ່າບໍ່ມີເສິກລູກນີ້ ບໍ່ມີຫ່າງໄກອວນ ອຸ່ນເອີຍ
ມັນຫາກ ເປັນແຕ່ເວນພາຍຫລັງ ຈ່ອງຈຳໄກຂ້າງ
ຝາຍວ່າ ຣາຊາເຈົ້າ ພຍາເມືອງປົບແລ່ນ
ໄປປະບ່າວກ້າ ທັງຂ້າໄພ່ພົນ
ເຫດວ່າ ຈົນຕົວແທ້ ບໍ່ທັນດາຫ້າງຕໍ່
ໄຟລຸກກຸ້ມ ເມືອງແລ້ວຈຶ່ງເຫັນ ຫັ້ນແລ້ວ
ກ໋ບໍ່ ຮູ້ຂ່າວແທ້ ເສິກແຫ່ງຫົນໃດ
ພອຍເລົ່າ ມາເປັນເອົາ ບໍ່ທັນດາຫ້າງ
ເຈົ້າກ໋ ໄປຮອດເທົ້າ ເຖິງທີ່ພຍາພົມ
ມັນກ໋ ມີຄຳຖາມ ເຫດໃດມານີ້
ເຈົ້າກ໋ ເວົ້າພາກໄດ້ ເສິກຈູດເມືອງຕົນ
ແຕ່ນັ້ນ ພຍາພົມຕິ ດ່າຄືນຄຳຮ້າຍ
ອັນວ່າ ເສິກລູກນັ້ນ ມັນເກີດແຕ່ໃດມາ ນັ້ນລື
ເຈົ້າກ໋ ມາປຸນປອງ ປິ່ນປົວເມືອງບ້ານ
ດັ່ງວ່າ ເສິກຂີ້ຮ້າຍ ປົບແລ່ນຫນີເມືອງ ດັ່ງນີ້
ກ໋ບໍ່ ມີຄຳເຖິງ ຮອດເຮົາຈິງແທ້
ຍັງວ່າ ເປັນພຍາເຈົ້າ ທົງທຳຄຶດຊົ່ວ ສັນນັ້ນ
ຕັ້ງວ່າ ຂ້າຂີ້ຮ້າຍ ມາໃຫ້ຈູດເມືອງ ດັ່ງນັ້ນ
ແຕ່ນັ້ນ ຕົນກະສັດໄທ້ ພຍາເມືອງຟັງຫຼາກ
ເຈົ້າກ໋ ເຂົ້າປ່າໄມ້ ໄປລີ້ຊ່ອນຕົວ ຫັ້ນແລ້ວ
ຄົວແຕກຂຶ້ນ ເຖິງທີ່ມຸກດາຫານ ກ໋ມີ
ລາງພ່ອງ ເຖິງພນົມລະຄອນ ເພິ່ງດອມພຍາເຈົ້າ
ແຕ່ນັ້ນ ເກດໂງ້ງເຈົ້າ ຖົກເລີກພົນຫນີ
ເຈົ້າກ໋ ແຍງຄິຣີ ປ່າໄພພູກວ້າງ
ຊື່ວ່າ ພູຍ່າປຸແທ້ ເປັນຫີນທັງແທ່ງ
ປາຍຍອດນັ້ນ ເປັນຖຳ້ສຳຣານ
ມີທັງ ສະບໍ່ນຳ້ ກິນອາບຍິນສນຸກ
ມິອາດ ມີທາງໃດ ໄຕ່ທຽວມາຂຶ້ນ
ແຕ່ເມື່ອ ເຈົ້າຂຶ້ນນັ້ນ ຂ້າໄພ່ຍັງຫຼາຍ
ເຂົາກ໋ ແປງສະເພົາເກາະ ກ່າຍກັນເຖິງເທົ້າ
ເຂົາກ໋ ຕັດເອົາໄມ້ ມາແປງຊານປ່າ
ແລ້ວຈຶ່ງ ຂັນເອົາເຂົ້າ ທັງເກືອຂຶ້ນສົ່ງ
ຄົບເຄື່ອງແລ້ວ ຝູງຂ້າເລີກລາ
ເຈົ້າກ໋ ບອກສຳ່ຂ້າ ຕັດຊຳ້ຮອນສະເພາ
ໃຫ້ເຂົາ ຂົນເອົາຫນີ ຈາກທາງທຽວຂຶ້ນ
ເຂົາກ໋ ໂດຍຄຳເຈົ້າ ທຳຕາມທຸກສິ່ງ
ແລ້ວຈຶ່ງ ລາເລີກເຈົ້າ ຫນີສ້ຽງຊູ່ຄົນ ແທ້ແລ້ວ
ອັນນີ້ ຫາກແມ່ນອຸບາດຮ້າຍ ເທເວດບັນດົນ ເຈົ້າເອີຍ
ມັນຈັກ ບັງເກີດເປັນຄົນບຸນ ຮອດເກນເມືອງແລ້ວ
laokhamhom
2005-01-19 03:31:07 UTC
Permalink
Raw Message
chaptet7: Chao Anou subdued the rebellious Sakhiatngong
He journeyed down the mekong to reach meuang pasak where he found it
completely gone. His men located one kha where he interrogated
whereabout SaKhiatngong. The kha then led his troop to phou gnapou where
sakhiatngong was hiding. Since there was no route to reach sakhiatngong
and was shot at whenever the troop approached. Chao Anou order the
sharman to put spell on them to make them to fall to sleep; thereafter,
they all were all tied up. Sakhiatngong was then interrogated and got
his feets branded with hot iron for fear that he would escape due to his
black magical capability. Sakhiatngong implicated phagna phompakdi for
his misdeed so Chao Anou summoned phagna phompakdi from meuang khong to
inquire about his knowledge. phagna phompakdi denied any knowledge of
sakhiatngong business and proposed that sakhiatngong be sent to bangkok.
The chakri of bangkok turned its blind eyes.


ຕອນທີ ໗: ເຈົ້າອະນຸລົງໄປຜາບເຈົ້າຫົວສາເກດໂງ້ງ

ບັດນີ້ ຈັກກ່າວເຖິງຜູ້ຜ່ານພຶຶ້່ນ ຍັ້ງຂມ່ອມວຽງຈັນ ກ່ອນແລ້ວ
ເຈົ້າກ໋ ຖືພົນແພນ ລ່ອງລົງທາງນຳ້
ເລີຍເລົ່າ ເຖິງປາສັກແລ້ວ ເຫັນເມືອງສູນເປົ່າ
ໄຟລາມໄຫມ້ ຈົບສ້ຽງຊູ່ເຮືອນ ແທ້ແລ້ວ
ເຈົ້າກ໋ ພັກຈອດຢັ້ງ ທັບທີ່ແຄມຂອງ
ເຂົາກ໋ ເອົາກັນແປງ ບ່ອນພະອົງເປັນເຈົ້າ
ເຂົາກ໋ ປຸກສານກວ້າງ ຫ໋ປັນຫຼັງໃຫຽ່
ຖວາຍແກ່ ຢັ້ງຂມ່ອມເຈົ້າ ອົງລຳ້ເລີດຄົນ ແທ້ແລ້ວ
ພະຈຶ່ງ ຈຳບ່າວແກ້ວ ໄປທ່ຽວຫາຄົນ
ຄັນຫາກ ເຫັນຕົວເຂົາ ບອກມາຢ່າຊ້າ
ເຂົາກ໋ ໂດຍອາດເຈົ້າ ຢັ້ງຂມ່ອມເຫນືອຫົວ
ເຂົາກ໋ ຢາຍກັນໄປ ຈອບມອງທາງຖ້າ
ເຂົາຈຶ່ງ ຈັບເອົາໄດ້ ຂ້າປ່າຄົນດຽວ
ເອົາມາຖວາຍ ແດ່ພະອົງເປັນເຈົ້າ
ເຈົ້າກ໋ ຕັດຖາມຂ້າ ເປັນຄວາມອັນມ່ວນ
ມຶງຜູ້ ຢູ່ຫມູ່ນີ້ ຍັງຮູ້ເຫດການ ບໍ່ເດ
ອັນວ່າ ເສິກລູກນີ້ ໃຜກໍ່ແປງມາ ນັ້ນເດ
ມຶງຈົ່ງ ຖວາຍຄຳຄວນ ຢ່າອຳຈົງຕ້ານ
ຂ້າກ໋ ທູນແຈ່ມແຈ້ງ ເຖິງເຫດອັນມີ
ຫາກແມ່ນ ເຈົ້າເກດໂງ້ງ ພາຂ້າຈູດເມືອງ ພະເອີຍ
ມັນກ໋ ໄປຢູ່ລີ້ ເຖິງຍອດປາຍພູ ທີ່ພຸ້ນ
ຍັງແຕ່ ເມັຽສາມຄົນ ຢູ່ດອມຈິງແທ້
ແຕ່ນັ້ນ ອົງອາດເຈົ້າ ເຫນືອຫົວຢັ້ງຂມ່ອມ
ພະກ໋ ແຈງເຫດແລ້ວ ດາຫ້າງແຕ່ງພົນ
ພະກ໋ ຈຳໃຫ້ຂ້າ ພາອວນໄປກ່ອນ
ຄັນວ່າ ຮອດທີ່ມັນຢູ່ແລ້ວ ຣະວັງອ້ອມຊູ່ພາຍ
ກ໋ບໍ່ ມີທາງຂຶ້ນ ຫາມັນຈັກແຫ່ງ
ຄັນວ່າ ຫຍັບເຂົ້າໃກ້ ມັນນັ້ນເລົ່າຍິງ ນັ້ນແລ້ວ
ພະກ໋ ຈຳຫມໍໃຫ້ ຫາກົນສາຕເພດ
ກິ້ງກ່ອມໃຫ້ ມັນນັ້ນຢາກນອນ ແທ້ແລ້ວ
ມັນກ໋ ອຶດນອນແທ້ ຫຼາຍວັນຜິວຫລ່າ
ເລີຍເລົ່າ ຫຼັບຜອກພົ້ນ ມີຮູ້ເມື່ອຕົນ ແທ້ແລ້ວ
ແຕ່ນັ້ນ ພົນຫານເຈົ້າ ເຫນືອຫົວຢັ້ງຂມ່ອມ
ກ໋ຈຶ່ງ ເກາະກ່າຍໄມ້ ແປງຫ້າງຄາດສະເພາ
ກ໋ຈຶ່ງ ເຖິງສຖານຖຳ້ ປາຍພູມັນຢູ່ ພາຍພຸ້ນ
ຈັບຜູກໄດ້ ເອົາແລ້ວຢ່ອນລົງ
ແຕ່ນັ້ນ ພະບາດເຈົ້າ ອົງອາດເລີຍຖາມ
ມຶງນີ້ ເປັນຊີສົມ ບຽດບຽນເມືອງບ້ານ
ແຕ່ກ່ອນກີ້ ເປັນເຫດສັນໃດ
ມຶງຈຶ່ງ ທຳເວນກັມ ລ່ວງຄອງທັມເຈົ້າ
ແຕ່ນັ້ນ ອ້າຍເກດໂງ້ງ ມຫາເຖນອຸບາດ
ມັນກ໋ ບອກເຫດເຄົ້າ ຖວາຍແຈ້ງແກ່ພະອົງ
ເດີມກ່ອນກີ້ ຂ້ານ້ອຍຢູ່ກິນດີ ພະເອີຍ
ມັນຫາກ ເປັນເຫດດອມພຍາພົມ ບອກຈຳຈິງແທ້
ມັນກ໋ ໃຫ້ຂ້ານ້ອຍເອົາຫມູ່ຂ້າ ກັບທັງບ່າວຂອງມັນ
ໄປທຳເສິກ ຈູດເມືອງເສັຽສ້ຽງ
ມັນຈັກ ໃຫ້ຂ້ານ້ອຍນັ່ງສ້າງ ແທນທີ່ບາສັກ ວ່າອັ້ນ
ມັນກ໋ ທຳກົນເປັນ ນອກໃນຫຼາຍຂໍ້
ບັດທີ່ແທ້ ຕັ້ງແມ່ນຕົນມັນ ແທ້ແລ້ວ
ເຫດວ່າ ເຫັນແກ່ໂລພາຫຼາຍ ຫມູ່ເງິນຄຳຂ້າ
ພະກ໋ ແຈງເຫດແລ້ວ ຊີກໃສ່ຄຸມມາ
ເຖິງຫ໋ປັນ ທີ່ພະອົງເຊົາຢັ້ງ
ເຈົ້າກ໋ ໃຫ້ເຜົາຮາງພ້າ ມາດາດຕີນເສັຽ
ເຜື່ອວ່າ ກົວອາຄົມ ສາຕສິນມັນແທ້
ມັນກ໋ ທັນທຸກແທ້ ສາມປະການຫນັກຫນ່ວງ
ຊົດໆໃຫ້ ຕີນຮ້ອນເປື່ອຍພອງ ແທ້ແລ້ວ
ອັນວ່າ ບາບນີ້ໃກ້ ບຸນຢູ່ແວນໄກ ເຈົ້າເອີຍ
ກ໋ຈຶ່ງ ເຫັນກັບຕາ ບໍ່ທັນເຖິງເຖົ້າ ແທ້ນາ
ແຕ່ນັ້ນ ອົງກະສັດເຈົ້າ ພຍາເມືອງເລີຍອອກ
ມາເຝົ້າ ຢັ້ງຂມ່ອມເຈົ້າ ຖວາຍເສັ້ນເຫດການ ຫັ້ນແລ້ວ
ເຈົ້າກ໋ ບົວຣະບັດເຈົ້າ ເຝົ້າບາທາຫັຖບາດ
ມາເພິ່ງເຈົ້າ ບຸນກວ້າງຢູ່ດອມ ແດ່ທ້ອນ
ແຕ່ນັ້ນ ພະບາດເຈົ້າ ຢັ້ງຂມ່ອມອົງກະສັດ
ເຈົ້າກ໋ ຜາຍພະອົງການ ໃສ່ຫົວຄົນໃຊ້
ສູຈົ່ງ ລົງເຮືອແລ້ວ ພາຍລ່ອງເມືອງໂຂງ ທຽວເທີ້ນ
ທັນເອົາ ຕົວພຍາພົມ ຂຶ້ນມາຢ່າຊ້າ
ເຂົາກ໋ ໂດຍອາດເຈົ້າ ລຸກແລ່ນມີນານ
ລົງເຮືອໄຫຼ ລ່ອງລົງບໍ່ມີຢັ້ງ
ເລີຍລ່ວງເທົ້າ ເຖິງທີ່ເມືອງໂຂງ
ເກາະເອົາ ຕົວພຍາພົມ ຂຶ້ນມາບໍ່ມີຊ້າ
ມາຮອດແລ້ວ ເຖິງທີ່ພູທອນ
ມັນກ໋ ປນົມກອນຖວາຍ ຂາບລົງເລີຍເຝົ້າ
ແຕ່ນັ້ນ ອົງກະສັດເຈົ້າ ຕັດຖາມຖ້ວນຖີ່
ອັນວ່າ ເສິກລູກນີ້ ໃຜຕັ້ງກໍ່ແປງ ນີ້ເດ
ທ່ານກ໋ ຢູ່ເຂດນີ້ ຮູ້ເຫດສັນໃດ ບໍ່ເດ
ທ່ານຫາກ ຂໍອາສາ ດ່ານທາງດີຮ້າຍ
ແຕ່ນັ້ນ ພຍາພົມຕ້ານ ສົມສານບໍ່ຣູ້ເມື່ອ ຈິງແລ້ວ
ຂ່າວວ່າ ອ້າຍເກດໂງ້ງ ອວນຂ້າຈູດເມືອງ ວ່າດາຍ
ຜິດແມ່ນແທ້ ອັບໄພພູວະນາດ ຈິງເທີ້ນ
ຫູຮູ້ແທ້ ຕານັ້ນບໍ່ເຫັນ ເຈົ້າເອີຍ
ໃຜບໍ່ ປົວເອົາໄດ້ ເມືອງມັນກໍຕາມຊ່າງ ຫັ້ນທ້ອນ
ເຮົາຫາກ ເປັນຂ້າເຝົ້າ ອົງຫຼວງທຸກຫມູ່ ຈິງແລ້ວ
ໃຜຢ່າ ໄດ້ອວດອ້າງ ບັນຍາກ້າວ່າດີ ຫັ້ນທ້ອນ
ນັບແຕ່ ເປັນຂ້າເຈົ້າ ນັບຂວບປີເດືອນ ນີ້ແລ້ວ
ພອຍເລົ່າ ຍັງເປັນໄປ ບໍ່ພໍເປັນຮ້າຍ
ແລ້ວຈຶ່ງ ຄຸມກັນເຂົ້າ ລົງເມືອງບາງກອກ
ເກາະກ່າຍຟ້ອງ ທູນເຈົ້າຈື່ຈຳ ພະເອີຍ
ແຕ່ນັ້ນ ອົງຫຼວງເຈົ້າ ພູມີຢັ້ງຂມ່ອມ
ມີອາດໃຫ້ ແປງສະແນນຫຼັງຕຸ່ມ
ເອົາໃສ່ ອ້າຍເກດໂງ້ງ ຫາມເຂົ້າຮອດເຖິງ
ຕົນພຍາເຈົ້າ ເມືອງປາສັກກັບບ່າວ
ຍົກຍ່າງຍ້າຍ ໄປພ້ອມພຳ່ມວນ ຫັ້ນແລ້ວ
ຫຼາຍວັນໄດ້ ຫຼາຍຄືນລັດເລັ່ງ
ກ໋ຈຶ່ງເຖິງແຫ່ງຫ້ອງ ກຸງແກ້ວຈອດເຊົາ
ແລ້ວຈຶ່ງ ຄຸມກັນເຂົ້າ ໄປທູນຊ້ອງພະເນດ
ເລົ່າເຫດຂໍ້ ຖວາຍເຈົ້າຊູ່ອັນ
ແຕ່ນັ້ນ ອົງຫລວງເຈົ້າ ກຸງສີໄຂພະໂອດ
ອັນວ່າ ສອງເຫຼົ່ານີ້ ຄວນລ້ຽງຊູ່ຄົນ ທ່ຽງແລ້ວ
ທໍ່ວ່າ ຍັງຊົ່ວແທ້ ເຈົ້າແຫ່ງເມືອງປາສັກ ຈິງແລ້ວ
ແຕ່ວ່າ ເສິກຄຳດຽວ ຈຶ່ງຫນີເມືອງບ້ານ
ທໍ່ວ່າ ພຍາພົມນີ້ ຄຸນມັນມີມາກ ຈິງແລ້ວ
ພໍ່ກ໋ ຊົມເຊື່ອແທ້ ສເມີດ້າມດັ່ງໃຈ ທ່ຽງແລ້ວ
ທໍ່ວ່າ ອ້າຍສານີ້ ພານຄອງນັກບວດ ເສັຽນັ້ນ
ໃຫ້ຊຸບລ້ຽງໄວ້ ມັນນັ້ນຊ່າງກັມ ຫັ້ນເທີ້ນ
ມັນນັ້ນ ຄົນບາບແທ້ ພຸທໂທປິຕຸຄາດ ຈິງແລ້ວ
ໃຜບໍ່ ຄວນຜູກຂ້າ ຕີແທ້ບາບເວນ ທ່ານເອີຍ
ໃຫ້ມັນ ຢູ່ທີ່ນີ້ ຕາມຊາດກັມມັນ ຫັ້ນເທີ້ນ
ການເມືອງມີ ບໍ່ຄວນເອົາໃຊ້
ມັນຈັກ ເປັນເດືອດຮ້ອນ ບັງເກີດໂກລາຫົນ
ສີເມືອງສູນ ບໍ່ເຮືອງດູເສົ້າ
ຕາມຄອງແທ້ ຂັບສົ່ງຫນີເມືອງ ຫັ້ນແທ້
ອັນນີ້ ຄົນອະທັມ ຢ່າຊາສັງທ້ອນ
laokhamhom
2005-01-20 03:48:24 UTC
Permalink
Raw Message
chapter 8: Chao Anou requested bangkok to govern champasak

His request was granted by bangkok to allow his son to rule champasak.
He summoned all the regionals rulers to help rebuild champasak at new
location near the mouth of the river not far from the previous location.
After that he appointed his son to rule it.
Note: It's the town we now called meuang kao (old city), across the
mekong opposite to pakse. Meuang kaochampasak or Meuang Kao as it's
called, referred to old champasak where the new champasak is at its
current location further south.

ຕອນທີ ໘: ເຈົ້າອະນຸຂໍອະນຸຍາດຈາກບາງກອກຄອງຈາມປາສັກ

ແຕ່ນັ້ນ ອົງອາດເຈົ້າ ຢັ້ງຂມ່ອມວຽງຈັນ
ພະກໍ ທູນທຸຣີຂໍ ຂາບຮຽນດອມເຈົ້າ
ສານທູນເຝົ້າ ຂໍພະທານດວງຂາດ
ຂ້າພະບາດ ຈັກສືບສ້າງ ແທນແທ້ຊິວ່າລື ນັ້ນເດ
ແຕ່ນັ້ນ ອົງຫຼວງເຈົ້າ ກຸງສີຕັດໂຜດ
ເຈົ້າຈົ່ງ ເອົາລູກແກ້ວ ໄປສ້າງນັ່ງປອງ ຫັ້ນເທີ້ນ
ທໍ່ວ່າ ເມືອງປາສັກນີ້ ມັນເປັນອຸບາດ ຢູ່ແລ້ວ
ມັນບໍ່ ເປັນເມືອງດຽວ ກ່າຍເນືອງເມືອຫນ້າ
ພະກໍ ແຈ້ງອາດແລ້ວ ທູນເລີກລາເມືອ
ຫຼາຍວັນຄືນ ຮອດເມືອງບໍ່ມີຢັ້ງ
ຄ້ອມວ່າ ມາຮອດແລ້ວ ຕົກແຕ່ງແປງການ
ທັນຫົວເມືອງມາ ພຍາມວນພ້ອມ
ເຈົ້າກໍ ຈຳເຂົາສ້າງ ແປງເມືອງຕັ້ງໃຫມ່
ຖັດປາກນຳ້ ຄູນແທ້ບໍ່ໄກ ນັ້ນແລ້ວ
ພໍເມື່ອ ເຫິງນານແລ້ວ ບໍຣິບວນທຸກສິ່ງ
ເຈົ້າຈຶ່ງ ເອົາລູກແກ້ວ ຕົນຂຶ້ນນັ່ງປອງ ຫັ້ນແລ້ວ
laokhamhom
2005-01-20 04:26:27 UTC
Permalink
Raw Message
chapter9: Phagna Phompakdi proposed tattooing of the lao to bangkok

bangkok was pleased with the idea that phagna phomphakdi proposed on
tattooing the lao so they assigned four of the royal counsels to assist
him carrying out the task. Arms tattooing was to be done everywhere
that's under the umbrella of vientiane, kalasin, hemmalat(khemmarat),
mukdahan, ubon etc.. except vientiane itself. The purpose was to strike
fear to the lao and to put their rebellious mind to rest.


ຕອນທີ ໙: ພຍາພົມພັກດີຂໍອະນຸຍາດຈາກບາງກອກເພື່ອສັກເລກຄົນລາວ

ບັດນີ້ ຈັກກ່າວເຖິງພຍາພົມເຈົ້າ ຜິປອງຫຼາຍວາດ ກ່ອນແລ້ວ
ມັນກໍ ຜິຍົກຟ້ອງ ຫຼາຍຂໍ້ຂາບທູນ
ນຳສານເຝົ້າ ຝ່າລະອອງຝ່າບາດ
ບັດນີ້ ຄວນທີ່ຈົດເລກໄວ້ ເສັຽແທ້ຊູ່ເມືອງ ເຈົ້າເອີຍ
ຈຽມແຕ່ ວຽງຈັນເຈົ້າ ກິນເມືອງຫມົດຂອບ
ມັນຈັກ ກັບຕ່າວມ້າງ ເຮົາແທ້ບໍ່ສົງ ຫັ້ນແລ້ວ
ແຕ່ນັ້ນ ອົງຫຼວງເຈົ້າ ທົງພະໄທຄຶດຮາໍ່
ຄືແມ່ນແທ້ ຄຳນັ້ນຊອບກົນ ທ່ານເອີຍ
ແລ້ວຈຶ່ງ ທັນມາພ້ອມ ເສນາທັງສີ່
ເຈົ້າກ໋ ປົງອາດໃກ້ ເຂົາແຈ້ງຊູ່ຄົນ ແທ້ແລ້ວ
ແຕ່ນັ້ນ ເສນາເຈົ້າ ກຸງສີຕົກແຕ່ງ
ຮັບສັ່ງ ຂຸນຫມື່ນເຈົ້າ ຄົນຊັ້ນເຊື່ອໃຈ
ຊື່ວ່າ ຫມື່ນພັກດີແທ້ ປັນຍາໄວຖ້ວນຖີ່
ພິທັກນັ້ນ ເຂົານັ້ນເກິ່ງກັນ ແທ້ແລ້ວ
ເຈົ້າກໍ ປົງປະທານໃຫ້ ຮາງວັນຄົບເຄື່ອງ
ມຶງຈົ່ງ ໄປຂົ່ມໃຫ້ ເຂົານັ້ນອ່ອນຍອມ ທຽວເທີ້ນ
ຕັ້ງແຕ່ ກາລະສິນຂຶ້ນ ເຖິງເມືອງເຫມະຣາຊ
ບັງມຸກພ້ອມ ເຖິງເທົ້າເຂດອຸບົນ
ເມືອງຫມູ່ນັ້ນ ສເມີສິ່ງສັນດຽວ ຫັ້ນທ້ອນ
ເວັ້ນແຕ່ ເມືອງວຽງຈັນ ຢ່າກົວມັນທ້ອນ
ໃຫ້ມຶງ ຈົດເອົາໄວ້ ຍັງຊື່ຍິງຊາຍ
ແຂນລາຍສັກ ໃສ່ສືສົມເຂົ້າ
ເຂົາຈຶ່ງ ຍິນຍອມຢ້ານ ບໍ່ບັງເກີດທຳເສິກ
ແມ່ນວ່າ ເຂົາຄົງເຮັດ ກໍບໍ່ກົວເກງແລ້ວ
ແຕ່ນັ້ນ ກອງສັກເຈົ້າ ດາພົນຍ້າຍອອກ
ຄັນຮອດ ຄອນຣາຊແລ້ວ ເຊົາຫັ້ນຢູ່ນານ
n***@gmail.com
2016-02-24 10:17:03 UTC
Permalink
Raw Message
ຂ້າພະເຈົ້າຢາກຮູ້ວ່າບົດກອນເລື່ອງພື້ນວຽງນີ້ມີຄວາມຫມາຍວ່າແນວ
Loading...