Discussion:
SENSE OF HUMOR: "ຂຽດຫົວຂຽວ”
(too old to reply)
SULILEC
2015-11-23 00:43:19 UTC
Permalink
Dear members of Social Culture Laos forum in U.S.A.,
Yes, this is the kind of writing that I would write. ອ່ານແລ້ວກໍ່ຢ່າລືມຫົວເນີ...

ນອນລັບຝັນຫວານແດ່ເນີ...

Sulilec

----------------------------

"ຂຽດຫົວຂຽວ”

ກະບອກບົດ 1:
ມີຂຽດຫົວຂຽວນຶ່ງ ທ່ອງທ່ຽວຕາມສັນຊາດ
ຈິ່ງມີໂອກາດພໍ້ ພົບໜອງກາຫົວໃຈ ໜອງນຶ່ງ
ເຂົາໄດ້ລອງເຕັ້ນໃສ່ ໃນນຳ້ໜອງທີ່ຝົນຕົກ
ກໍ່ດີໃຈເຕັມອົກ ທີ່ຕົນພົບໜອງເຢັນ ຜູ່ດຽວ.
ຂຽດຫົວຂຽວງ່ອຍກ້ຽວ ສົ່ງສຽງເອີ້ນພວກ
ທີ່ບວກນຳ້ຕື້ນໃສ ຜ້າຢາໃກ້ອີກທີ່ນັ້ນ
ເຊິ່ງເປັນເຮືອນຮັງກັ້ງ ເລົ່າຂຽດ,ໜ້ຽວ,ແລະຫ້ວກ ຮ່ວມກັນ.
ເຖິງຂຽດໃດບໍ່ຮ້ອງວັ່ນ ສົ່ງສຽງສະນັ່ນດັງດັ່ງຕົນ
ເຂົາກໍ່ຍັງສົ່ງສຽງ ຮ້ອງສົ່ງສຳນຽງ ຈັ່ງຊັ້ນ
ຫວັງຖ້າພວກດຽວກັນ ຍີນຕົນສົ່ງສຽງຮ້ອງ
ກໍ່ຈະມີໂຕຮໍ່າຮ້ອງ ດັງສະນັ່ນວັ່ນໄຫວ.

ບໍ່ດົນຂຽດຫຼາຍສຽງ ກໍ່ສົ່ງສຳນຽງດັງສະທອນ
ສົ່ງສຽງສະອອນເອີ້ນ ບອກສໍ່ນຽງຢູ່ໃກ້ໆ
ກ່ອນນອນຫຼຶຕື່ນເຊົ້າ ເຂົາຄ່ອຍສົ່ງທຳສຽງ...
ຂຽດຄ່ອຍສົ່ງເຮັດສຽງ ສົ່ງສຳນຽງເອີ້ນໝູ່
ເຖິງບໍ່ມີຂຽດໃດຄູ່ ຢູ່ໜອງຫົວໃຈໃກ້ຕົນ
ເຖິງບໍ່ຢູ່ຄູ່ຕົນ ກໍ່ຍັງດີພໍໄດ້ຍີນເອີ້ນ
ຜູ່ຮ້ອງເດີມສຳນຽງ ເຖິງສຽງນັ້ນຮ່າງໃກ ກໍ່ຕາມ.

ມື້ນຶ່ງຂຽດຕື່ນຂ້ຶນ ຮ້ອງສົ່ງສຽງດັ່ງເກົ່າ
ແຕ່ກໍ່ບໍ່ມີຂຽດເຈົ່າ ສົ່ງສຽງຮ້ອງຮ່ວມຕົນ
ແຕ່ເຂົາບໍ່ຫວນຄິດຄົ້ນ ເລື່ອງອືນອີກສິ່ງໃດ
ເພາະຕົນຫ້າກດີໃຈ ມີບ່ອນຢູ່ໃກ້ຕົ້ນກ້ວຍ
ເປັນບ່ອນຮົ່ມເຢັນດ້ວຍ ງອຍກ້ວຍແຫ່ງມ່ວນໃຈ ເຂົາແລ້ວ.

Sunday, No
SULILEC
2015-11-23 00:44:27 UTC
Permalink
Sunday, November 22nd, 2015; 7:38 P.M.

“ຂຽດຫົວຂຽວ”


ກະບອກບົດ 2

ບໍ່ດົນ ກໍ່ເກີດປະກົດການ ທີ່ບ່ອນໜອງຕົນຢູ່...
ໄດ້ມີດອກຫຼາຍຄູ່ ຕົກໃສ່ຢູ່ໜ້ານຳ້
ໃນຂະນະຂຽດງອຍນຳ້ ມອງດອກໄມ້ໄຫຼເຂົ້າຝັ່ງ
ກໍ່ໜ້າອອນຊອນດັ່ງ ດອກໄມ້ໄຫຼຈຸ້ມເປັນພັກພວກ
ຫ້າກເຫຼືອແຕ່ດອກດຽວ ສີສົມກຸຫຼາບນຶ່ງ
ຕິດອ້ອຍຕ້ອຍຢູ່ຂອບນຶ່ງ ຝັ່ງເຂດຂອບແຈໜອງ
ລົມປິວກໍ່ບໍ່ຕ້ອງ ເພາະຢູ່ແຈມຸມໂພດ.

ເຂົາຕັດສິນໃຈໂດນ ມຸດຈ້ອງເບິ່ງເລົ່າດອກ
ມີດອກຝ້າຍຫຼາຍສີ ກຸລາບ,ດາວເຮືອ,ປີ່ຂາວ ດ້ວຍ
ສາມປີສາມສີພ້ອມ ກໍ່ຕົກທີ່ກາງນໍ້າໜອງ
ເຮັດໃຫ້ຂຽດຫົວຂຽວທ່ອງໃຈ ເຖິງບໍມີໃຜລອຍຮ່ວມນຳ້...

ເມື່ອມຸດຮອດດອກໄມ້ກ້ານ ຂອງຕົນທີ່ຈອບເບິ່ງ
ເຂົາພົບຫຼາຍມົດເຊິ່ງ ໄຕ່ຕອມຢ້ານຕົກນຳ້
ເມື່ອຂຽດຂຽວເອີຍຕ້ານ ໄຖ່ຖາມເລື່ອງຂອງຕົນ
ເປັນຫຍັງຄືບໍ່ປິວພຸ້ນ ບ່ອນຝັ່ງດັ່ງດອກອື່ນ
ເປັນຫຍັງຈິ່ງຢູ່ພີ້ ທາງທີ່ໄຮ້ນໍ້າຕໍ່ດິນ
ເພາະຝັ່ງສູງເກີນປີນ ບໍ່ສະດວກຂຶ້ນໂຄກ.

ເລົ່າມົດຕອບດ້ວຍດີ ບອກຂຽດຫົວຂຽວ “ເພື່ອນຮັກ”.
ດ້ວຍຫົວຂຽດຂຽວຊັດ ໃສ່ນຳ້ຕົມສີເຫືຼອງອອ່ນ
ຈິ່ງມອງດີຄືຂຽດດ່ອນ ລອຍມາຕອ້ນຊ່ອຍຕົນ ແທ້ແລ້ວ...
ຈິ່ງໄດ້ຂານວານຂໍ້ ບອກກ່າວສາເຫດການ
ເຖິງລົມໄດ້ຊ່ອຍຍູ້ ກຸຫຼາບຕົນເຂົ້າຝັ່ງ ກໍ່ຈິງ
ກໍ່ດັ່ງຊ່ອຍໄຮ້ຜົນ ເພາະກຸຫຼາບຕົນໃກ້ທີ່ແຄບ
ເຮັດໃຫ້ດອກໄມ້ແນບ ຖືກກັກດັກຢູ��
SULILEC
2015-11-23 00:45:53 UTC
Permalink
On Sunday, November 22, 2015 at 7:44:29 PM UTC-5, SULILEC wrote:


“ຂຽດຫົວຂຽວ”


ກະບອກບົດ 3

“ຖ້າວ່າເຈົ້າຊ່ອຍຍູ້ ດອກກຸຫຼາບຊູ່ຝັງດິນ
ໃຫ້ດອກກຸຫຼາບໄຫຼ ຕົກຊູ່ຝັງແດນພຸ້ນ
ບ່ອນທີ່ພໍໄຕ່ພຸ້ນ ຂຶ້ນຝັງໃຫ້ຫຼຽວເຫັນ
ກໍ່ຈະເປັນຄຸນເຫຼືອຫຼາຍ ໝາຍມີຊ່ອຍກັນຂໍ້ນຶ່ງ
ຖ້າຂຽດຕ້ອງການຂໍ ມົດຈະຊ່ອຍທັນທີ່...”
ຂຽດກໍ່ຄິດສິ່ງດີ ແມ່ນວ່າມົດນອ້ຍໂພດ
ຊ່ອຍອາດໄຮ້ປະໂຫຍດ ແຕ່ກໍ່ບໍ່ມີໂທດໂກດໃຜ
ແຕ່ຈະຊ່ອຍເອົາບຸນ ເຮັດບໍ່ເອົາຄຸນຊອ່ຍລ້າ
ເມື່ອມົດຍີນຄຳກ້າ ຂຽດຫົວຂຽວຈະສົ່ງພ່ານ
ຈະຊ່ອຍຍູ້ດອກໄມ້ຕົນ ຕົກຊູ່ແດນດິນໂຄກ
ກໍ່ດີໃຈສຸດໂຍດ ຂອບໃຈເມື່ອຂຶ້ນຝັ່ງ ຈາກໄປ.

ໃນຫຼາຍທິດຕໍ່ມາ ຂຽດຫົວຂຽວກໍ່ຍັງຮໍ່າຮ້ອງ
ສົ່ງສຽງສຳນອງ ຮອ້ງຄູ່ຄຽງໜອງດັ່ງເກົ່າ
ແຕ່ບໍ່ສົ່ງສຽງທວງເທົ່າ ຮ້ອງໃຫ້ໜູ່ຮູ້ຕອບຕົນ
ເຂົາແຕ່ຄິດຄົ້ວຄົ້ນ ກິນແມງໄມ້ໃກ້ໜອງ ຜູ່ດຽວ.

ມື້ນຶ່ງບັງເອີນເກີດ ຝົນບໍ່ນໍ່ານຳ້ບໍ່ຕົກ
ຫຼາຍມື້ນຳ້ກໍ່ບົກ ທີ່ໜອງຮັບຮອງຝົນ
ເຂົາກໍ່ເກີດກັງວົນ ເພາະໄຮ້ຜົນໃນການຮອ້ງ
ເຂົາໄດ້ແຕ່ຄິດຄົ້ນ ໝູ່ຈາກໃກໄປແລ້ວ...
ບໍ່ຫອນມີວີແວວ ບອກກ້າວຊາວຫາຕົນ
ຖ້າໝູ່ເຮັດບໍ່ສົນ ຕົນກໍ່ຈະພົນຕົວຮ່າງໃກ
ເຂົາຈິ່ງມົວເມົາໄປ ກິນລຳເນົາເຊົາໃກໝູ່
ບໍ່ຄ່ອງຄອຍພົບຜູ່ ພັກພວກຂ�
SULILEC
2015-11-23 00:46:41 UTC
Permalink
On Sunday, November 22, 2015 at 7:45:54 PM UTC-5, SULILEC wrote:


“ຂຽດຫົວຂຽວ”

ກະບອກບົດ 4

ບັດນີ້ ນຳ້ກໍ່ໝົດສ້ຽງ ໜອງທີ່ລ້ຽງຕົນຢູ່ ກໍ່ຕາມ...
ເຂົາກໍ່ທ່ອງຢູ່ທີ່ ຫາກິນຢ່າງອົງອາດ
ແມງໄມ້ທີ່ຕົນຢາກ ມີກິນຫ້າກບໍ່ອາບນຳ້
ແຕ່ເມື່ອກ້ວຍໝົດກ້ານ ກໍ່ໄຮ້ແມງໃດກິນອີກ
ຂຽດຂຽວໄດ້ນອນຫຼີ້ກ ນອນພີ້ກລໍຖ້າຝົນຕົກ
ເຖິງນໍ້າໜອງໄດ້ບົກ ໝົດແລ້ວທີ່ໜອງ ກໍ່ຕາມ
ກໍ່ບໍ່ຫ້ອນຈະໜີໃກ ຫວັງມື້ໃໝ່ຝົນອາດຕົກ...
ອີກຖ້າພວກມາເອີນ ສົ່ງສຳນຽງໃຫ້ຕົນຮູ້
ແຕ່ກໍ່ບໍ່ມີສຽງໃຜຊູ່ ຮຳ່ຮ້ອງດັ່ງໝູ່ໃຫ້ຕົນຍີນ
ເຂົາຈິ່ງຢູ່ພີ້ກໆ ຢູ່ຫຼີ້ກໆຖ້າຝົນຮຳ່
ແຕ່ກໍ່ບໍ່ດັ່ງຄຳສັ່ງ ຮໍ່າຮ້ອງເຫົ່າຈະຝົນ ໃຫ້ແລ້ວ.

ມື້ນັ້ນທັດຕໍ່ມາ ຂຽດເຕັ້ມຕາມບໍ່ລິເວນ
ຊອກຫາອາຫານເພນ ຂອງຕົນກິນແຊບຊ້ອຍ
ແຕ່ກໍ່ບໍ່ມີຈ້ອຍ ອາຫານດີທີ່ເຄີຍມັກ
ມີແຕ່ດິນແລະຕົມ ທີ່ຕົນນອນຖ້າລ້າ
ບໍ່ມີອາຫານພໍກິນຖ້າ ການເວລາໃຫ້ຝົນຮໍ່າ
ຈິ່ງກັບຄືນໄປໃສ່ຕົມ ນອນຖ້າຝົນຮໍ່າອີກ...

ມື້ຶນຶ່ງໃກ້ໆຕົ້ນ ກໍກ້ວຍທີ່ຕົນຢູ່
ມີເລົ່າມົດທີ່ຕົນຊູ່ ເຄີຍຊ່ວຍເຫຼືອເມື່ອຕົກນຳ້
ພວກເຂົາໄດ້ມາຖາມ ນຶກວ່າຂຽດຕາຍແລ້ວ
ກໍ່ຈະມາເກັບແປວຄາບ ເກັບກາບເປັນດິນອອ່ນ
ເອົາໄປເປັນດິນບ່ອນ ເຮືອນຮັງບ້ານມົດຕົນ ຈິ່ງ�
SULILEC
2015-11-23 00:48:53 UTC
Permalink
On Sunday, November 22, 2015 at 7:46:43 PM UTC-5, SULILEC wrote:

“ຂຽດຫົວຂຽວ”


ກະບອກບົດ 5:

ຂຽດກໍ່ໄດ້ຕອບຕ້ານ ຫົວຍີນວ່າ, “ບໍ່ທັນຕາຍ...”
ແຕ່ຫ້າກນອນຖ້າລິນ ຝົນລັ່ງໃຫ້ເຕັມໝອງ
ຂອງເຮັດອັບປະໂຫຍດ ເຮັດໂພດນອນຖ້າຝົນ
ມົດພາກັນຫົວຈົນ ຂົນກໍ່ບໍ່ມີລົ່ນໃຫ້ໃຜເຫັນ...
ໃນການກະທຳ “ເພື່ອນເປັນ” ນອນເຢັນຖ້າຝົນຕົກ...

ອີກວ່າ ຖ້ານອນຖ້າຝົນຕົກ ຈົ່ງຢ່າມາຮົ່ກທີ່ນີ້ອີກ
ເພາະໜອງຫົວໃຈນີ້ ບໍ່ມີລໍລ້າລໍຖ້າຝົນຮໍ່າ
ຖ້າມີທ້ອງມີປີກ ກໍ່ຕ້ອງຊອກຫາອີກ ທີ່ອື່ນ
ບໍ່ມີໃຜນອນຄືນ ຖ້າອາຫານເຂົ້າປາກ
ຖ້າຢາກກິນອາຫານ ກໍ່ຕ້ອງສຳນານຊອກເອງ...
ມົດວ່າ ເຊິ່ງອີກບໍ່ກວງໃກ ມີໜອງໃຫ່ຍພໍສົມຄວນ
ພວກເລົ່າມົດທັງມວນ ເຄີຍໄປກັບມາແລ້ວ
ໄຊ້ເວລາ 2 ມື້ຮອດ ສອງຄືນກໍ່ຈະເຖິງ
ແຕ່ສຳລັບຂຽດຂຽວ ຂາຍາວແຕັ້ນຄ່ອງ
ຄົງຈະໄຊ້ເວລາລ່ອງ ຫ້າກສອງຢາມກໍ່ຈະພໍ້
ເຈົ້າຈະຕ້ອງຕັ້ງຕໍ່ ຜ່ານຫຍ້າຂຽວ,ປ່າຮົກ,ຄ້ອຍໃຫ່ຍ
ຈະເຫັນນຳ້ສີໃສ ດອກໄມ້ໃຫ່ຍທີ່ໜ້າບ້ານ.

ເມື່ອຂຽດຮູ້ແນວນັ້ນ ມີໜອງໃຫ່ຍອີກບ່ອນນຶ່ງ
ເຂົາກໍ່ຕື້ນແຕັ້ນໃຈ ຫີບຝ້າວໄປດັ່ງກ່າວ
ເມື່ອຕົນໄດ້ແຕ້ນທ່າວ ດັ່ງຄຳກ່າວເລົ່າມົດ
ກໍ່ປະກົດມາຮອດ ຫ້ຍາຂຽວຄ້ອຍໃຫ່ຍ
ໄດ້ກິ່ນນຳ້ໜອງໃສ ມີສຽງຮ້ອງທີ່ນັ້ນ
ເຂົາກໍ່ຜອຍດີດັ້ນ ສົ່ງສຽງຮ້ອງຂຶ້ນໃສ່
ກໍ່ໄດ້ຍີນສຽງຄຸ້ນໆ ດັງສະທອນຮ່ວມຕົນ
ເປັນສຳນຽງສຽງຂອງຕົນ ທີ່ຄຸ້ນເຄີຍຮູ້ຈັກ
ເຂົາກໍ່ດີໃຈມັກ ໂຕນໃສ່ນໍ້າຢ່າງວອງໄວ້
ດີໃຈຢ່່າງທ່ຽງແທ້ ທີ່ມີທາງແກ້ໃຫ້ພ່ອນຄາຍ ແທ້ແລ
Loading...