Discussion:
Senses Of Humor: ຄິດຮອດເຫມັນສະໂນເຟຣກ
(too old to reply)
s***@gmail.com
2016-02-01 13:54:55 UTC
Permalink
Dear members of Social Culture Laos at WWW.GOOGLE.COM,
ອາກາດນາວເຫມັນທີ່ມີສະໂນເຝຣກໄງ່ຂາວເຢັນໄປທົ່ວກະງາມເດີ...




“ຄິດຮອດເຫມັນສະໂນເຟຣກ”
(ເຫດໃດຮຽນຜູ່ຮູ້ ໄຮ້ເຟຣກເຢັນຈ້ອຍຮັກຮຽງ)

ເຖິງທໍລະນີຜູ່ຮູ້ ຜູ່ເຄົ້າແມ່ມານດາ
ຜູ່ໃຫ້ເກີດດ້ວຍສັດທາ ສິ່ງຂອງຮ່ວມຕ້ອນ
ບໍ່ວ່າໃຫ່ຍຫຼືນ້ອຍຖືກທ້ອນ ມີດີໃຫ້ເກີດຮໍ່າ
ໃຫ້ພໍ່າພ້ອມດອມດ້ານ ຮັກສາທຳມະຊາດບ້ານ ຊຸຢາມ...
ບັດນີ້ຮຽນຄິດຄ້ອຍຈຳ ລຳພັນເຟຣກຂາວເຢັນນ້ອຍໃຫ່ຍ
ບໍ່ລວ່ງລົ່ນຄວບຄູ່ຈ້ອຍ ລະດູເຟຣກເຢັນນ້ອຍເສື້ອໜາ ໃສເດ?
ຊຸປີເຄີຍຂາວງາມສຸດສາຍຕາ ຂາວນວນດັ່ງຈັນທາໃສຊ່ອງ
ຊວນຮຽນມອງເບິ່ງຫຼິ້ນ ສະອາດເອຮ່ວມສຸກສັນ ຄິດຮອດເດ...

ເຫມັນຂາວເຄີຍລົງຊູ່ດິນດີ ພື່ດພັດນຂຽວນິນດີຊຸບ່ອນ
ອີກເຄີຍດື່ມກິນກິ່ນເຈົ້າ ສົມດັ່ງຄຳເວ້ົາວ່າ “ຕູ້ເຢັນ”
ຄິດຮອດເດເຟຣກເຢັນ ຂາວດີນ້ອຍໃຫ່ຍ ຮຽນເອີຍ
ລະດູໜາວຂາວອາກາດ ກໍ່ສຸກສັນຮຽນອີກລະດູນຶ່ງ
ອີກໃຫ້ພູດອຍຂາວນວນ ເບິ່ງດີດ້ວຍແຖບຖ່າຍ
ຊວນໃຫ້ຮຽນຄິດຄ້ອຍ ໜາວໃຈຈ້ອຍດຽວດາຍ
ເຫດໃດສະໂນເຟຣກພ່າຍ ກາຍຍາຜ່າຍບໍ່ເຫັນພໍ່າ
ດັ່ງຄົນຮັກທີ່ໃກກຳ້ ສະໂນເຟຣກສຳກໍ່ບໍ່ມີ ຊັ້ນບໍ?
ເຫດໃດຮຽນຄົນດີ ໄຮ້ວາດສະນາເຈົ້າພໍ້ພໍ່າ
ຍ້ອນຫຍັງຮຽນຜູ່ຮັກເຈົ້າ ຂາດຫິມະເຄ້ົາເຄີຍເຢັນງາມ
ເປັນຫຍັງຮຽນຜູ່ຮູ້ ຫ້າກໄຮ້ເຟຣກເຢັນຈ້ອຍຮັກຮຽງ.

Post to Social Culture Laos at www.Google.com, on Monday, 2/1/16 at 8:51 A
s***@gmail.com
2016-02-01 14:23:48 UTC
Permalink
Not acceptable Google Translation, but I am indeed somewhat impress how did the word "Refrigerator" translates correctly. Hmmmm?
Loading...