Discussion:
Sense of Humor: Happy Belate Mother's Day!
(too old to reply)
s***@gmail.com
2016-05-11 18:25:59 UTC
Permalink
Dear Social Culture Laos Member of www.Google.com,

Happy Mother's Day!


ອາວະລີກໍ່ຄືເວຫາດອກໄມ້ ມັດສາຕອມເລົ່າມະລີດອກ
ທອ້ງຟ້າທີ່ງາມຍົດຍ້ອຍ ມີໃບຂຽວຊຸ່ມຊ້ອຍຈຸ້ມບານ
ດັ່ງບົ່ງບອກເປັນອະນຸສອນ ເບັ່ງບານພາສຳລານໃຈ
ບົ່ງບອກພາສາດອກໄມ້ ປູກງາມໄວ້ໃຫ້ເຊີຍຊົມ ລົງເອີ່ຍ...

ລົງຊົມດົມດອມດອກເຄີຍ ທີ່ລົມເຊີຍເຢັນຫວນໃກ
ຊວນເລົ່າມ່ວນແມງໄມ້ ບິນຕອມຖ່ວງໃກເລົ່າເກສາ
ເມື່ອມອງດ້ວຍສັດທາ ສົມປາດຖນາພົບທີ່ງາມ
ດັ່ງນຳ້ລຳຖານໄຫຼລິນ ມັດສາບໍ່ສິ້ນຊົມດົມກິ່ນ

ດັ່ງຄົນຮັກມີບໍ່ສິ້ນ ດ້ວຍກິ່ນໃຍສະເນຫາ
ບໍ່ຫອນວ່າບໍ່ມີໃໝ່ກ້າ ຕົ້ນໃຫ່ຍນ້ອຍດິນຫີນຊວນຊົມ
ດັ່ງໃຫ້ເລົ່າພວກມັກຊົມ ດົມດອມຫອມດວງດອກ
ທຳໃຫ້ເລົ່າບຸຜາບານງອກ ງາມດອກຫອມຊຸວັນບໍ່ເບື່ອ...ຮຽນແລ້ວ.

Post at Social Culture Laos on 5/11/16 at 2:22 PM on Mother's Day
s***@gmail.com
2016-05-21 14:52:58 UTC
Permalink
To member of Social Culture Laos at www.Google.com:

Here is a short story of the month. It is not funny, but it is a life-learning lesson that I think it is worth pondered. Title is "ຖ້າເຮົາໄດ້ຮູ້ຈັກກັນ (1) ".

Sincerely,
Sulilec
ຖ້າເຮົາໄດ້ຮູ້ຈັກກັນ (1) ”

ໃນໄລຍະບໍ່ນານມານີ້ ຂ້ອຍໄດ້ເຂົ້າໄປເຣັດວຽກຢູ່ ຕຫລາດແຫ່ງນຶ່ງ ທີ່ເປັນຕະຫລາດຄົນທີ່ຮັ່ງມີມາຊື້ອາຫານກິນ ທີ່ໃກໆບ້ານພັກເຊົາທີ່ຂ້ອຍໄດ້ພັກ. ບ້ານພັກຂອງຂ້ອຍກໍ່ແມ່ນບ່ອນພັກຊົ່ວຄາວ ກ່ອນຊິໄດ້ເຂົ້າມະຫາວິທະຍາໄລປີທັມອິນ. ເມື່ອໄດ້ເຮັດການມາບໍ່ນານຂ້ອຍກໍ່ໄດ້ພົບຜູ່ຍິງຄົນນຶ່ງ ທີ່ໃນສາຍຕາຂອງຂ້ອຍເຂົາເປັນຄົນງາມສຸພາບແລະເປັນຄົນອາຍຸສູງແລ້ວ. ຂ້ອຍກັບລາວມີອາຍຸລື່ນກັນປະມາດ 8 ປີເຄິ່ງເພາະຂ້ອຍໄດ້ສັງເກດເຫັນຈາກໃປຂັບຂີ່ລົດຂອງລາວຕ້ອງຂ້ອຍໄດ້ຮັບເອົາ Chase Master Card ຈາກລາວເພື່ອເອົາມາກວດແລະສົມທຽມ. ອັງທີ່ຈິງແລ້ວ, ຂ້ອຍກໍ່ບໍ່ຕ້ອງການໃບຂັບຂີ່ລົດຂອງລາວດອກ ເພາະມັກກໍ່ບໍ່ໄດ້ສຳຄັນຫຍັງ. ແຕ່ສິ່ງທີຂ້ອຍຢາກຮູ້ກໍ່ຄືຊື່ຂອງລາວ. ຊື່ຂອງນາງແມ່ນ……………………………… ເປັນຊື່ທີ່ຂ້ອຍພຶ່ງພໍໃຈຫລາຍ. ຂ້ອຍບໍ່ຮູ້ວ່າລາວເປັນຄົນຫຍັງ ແຕ່ຂ້ອຍຮູ້ວ່າຂ້ອຍຢາກຮູ້ຈັກກັບນາງ. ຖ້າຂ້ອຍໄດ້ຮູ້ຈັກນາງມັນຊິດີເທົ່າໃດ. ແນວຄິດນີ້, ໄດ້ສິ່ງສະຖິດພາຍໃຕຄວາມຄິດຂອງຂ້ອຍທີ່ບໍ່ສາມາດອະທິບາຍໄດ້. ຂ້ອຍຈຳໄດ້ວ່າ, ຂ້ອຍຄ່ອຍໆເອົາເຄື່ອງກິນໃສ່ຖົງຕຫລາດແລ້ວເວົ້າລົມນຳລາວແບບເປັນກັນເອງ ໃນຖານະຂ້າຍເຄືອງທີ່ຕະຫລາດ. ຂ້ອຍມັກສຽງຂອງລາວເວົ້າ ລາວບໍ່ໄດ້ເວົ້າດັງ ເປັນສຽງເວົ້າຂອງຄົນມີຄວາມຮູ້, ແລະສິ່ງທີ່ຂ້ອຍມັກທີ່ສຸດກໍ່ແມ່ນຮ້ອຍຍີ້ມຂອງລາວ. ຮ້ອຍຍີ້ມຂອງລາວໄດ້ບົ່ງບອກທຸກສິ່ງທຸກຢ່າງທີ່ຂ້ອຍຂາດເຄີນໃນຊີວິດ ນັ້ນກໍ່ຄື ຄົນທີ່ຮັກຂ້ອຍ ແລະ ຄົນທີ່ຂ້ອຍຮັກ. ພ້ອມກັນນັ້ນ, ຄວາມຮູ້ສຶກໄດ້ບົ່ງບອກວ່າ ເຫນືອໄດ້ຮູ້ຈັກກັນ ຊາດແລ້ວເຮົາອາດໄດ້ເປັນຫຍັງກັນນໍ? ຂ້ອຍຄິດຢູ່ໃນໃຈທຸກຄັ້ງທີ່ເຫັນນາງ ແລະໃນໃຈທຸກຄັ້ງເມື່ອຂ້ອຍໄດ້ກັບບ້ານຫລັງຈາກໄດ້ພົບນາງ. ລາວຄົງບໍ່ຮູ້ດອກວ່າຂ້ອຍຢາກຮູ້ຈັກລາວເທົ່າໃດ.

ສອງສາມມື້ທີ່ຜ່ານມາ, ຂ້ອຍໄດ້ພົບນາງສອງເທື່ອທີ່ຕະຫລາດ, ຂ້ອຍພົບເຫັນລາວຢາມໃດ, ຂ້ອຍໄດ້ແອບສົ່ງຮ້ອຍຍີ້ມ ແລ້ວລາວກໍ່ໄດ້ສົ່ງຍີ້ມໃຫ້ຂ້ອຍເຊັ່ນດຽວກັນ. ຄິດໃນໃຈສະເມີວ່າຊິເຮັດແນວໃດຈັ່ງຊິໃຫ້ລາວໄດ້ຮັບຮູ້ວ່າ, ຂ້ອຍຢາກຮູ້ກັບນາງຫລາຍ. ຂ້ອຍໄດ້ຮູ້ດີວ່າ, ໃນຊີວິດຂອງຂ້ອຍ ຈະບໍ່ມີວັນໄດ້ຮູ້ທຸກສິ່ງທຸກຢ່າງຂອງນາງ ລາວເປັນຜູ່ຍິງທີ່ລຳລວຍເປັນຄົນມີຖານະດີຜູ່ນຶ່ງ
ເຊື່ງມັນໄດ້ແຕກຕ່າງກັນກັບຊິວິດການເປັນຢູ່ຂອງຂ້ອຍຫລາຍ. ເຖິງບໍ່ມີຫວັງ, ແຕ່ຂ້ອຍກໍ່ດັ່ງຍັງມີຫວັງ ເພາະຂ້ອຍໄດ້ແນມເຫັນມືຊວຍສວຍສົດຂອງລາວ ບໍ່ໄດ້ຊວມແຫວນແຕ່ງງານຢູ່ຂ້າງຊາຍມືຂອງລາວ. ຂ້ອຍໄດ້ຫາຍໃຈນ້ອຍໆແລະໄວ້, ດ້ວຽການໄດ້ຮັບຮູ້ວ່າ ນາງຍັງເປັນຍິງໂ
Continue reading on narkive:
Loading...