SULILEC
2015-11-23 00:43:19 UTC
Dear members of Social Culture Laos forum in U.S.A.,
Yes, this is the kind of writing that I would write. ອ່ານແລ້ວກໍ່ຢ່າລືມຫົວເນີ...
ນອນລັບຝັນຫວານແດ່ເນີ...
Sulilec
----------------------------
"ຂຽດຫົວຂຽວ”
ກະບອກບົດ 1:
ມີຂຽດຫົວຂຽວນຶ່ງ ທ່ອງທ່ຽວຕາມສັນຊາດ
ຈິ່ງມີໂອກາດພໍ້ ພົບໜອງກາຫົວໃຈ ໜອງນຶ່ງ
ເຂົາໄດ້ລອງເຕັ້ນໃສ່ ໃນນຳ້ໜອງທີ່ຝົນຕົກ
ກໍ່ດີໃຈເຕັມອົກ ທີ່ຕົນພົບໜອງເຢັນ ຜູ່ດຽວ.
ຂຽດຫົວຂຽວງ່ອຍກ້ຽວ ສົ່ງສຽງເອີ້ນພວກ
ທີ່ບວກນຳ້ຕື້ນໃສ ຜ້າຢາໃກ້ອີກທີ່ນັ້ນ
ເຊິ່ງເປັນເຮືອນຮັງກັ້ງ ເລົ່າຂຽດ,ໜ້ຽວ,ແລະຫ້ວກ ຮ່ວມກັນ.
ເຖິງຂຽດໃດບໍ່ຮ້ອງວັ່ນ ສົ່ງສຽງສະນັ່ນດັງດັ່ງຕົນ
ເຂົາກໍ່ຍັງສົ່ງສຽງ ຮ້ອງສົ່ງສຳນຽງ ຈັ່ງຊັ້ນ
ຫວັງຖ້າພວກດຽວກັນ ຍີນຕົນສົ່ງສຽງຮ້ອງ
ກໍ່ຈະມີໂຕຮໍ່າຮ້ອງ ດັງສະນັ່ນວັ່ນໄຫວ.
ບໍ່ດົນຂຽດຫຼາຍສຽງ ກໍ່ສົ່ງສຳນຽງດັງສະທອນ
ສົ່ງສຽງສະອອນເອີ້ນ ບອກສໍ່ນຽງຢູ່ໃກ້ໆ
ກ່ອນນອນຫຼຶຕື່ນເຊົ້າ ເຂົາຄ່ອຍສົ່ງທຳສຽງ...
ຂຽດຄ່ອຍສົ່ງເຮັດສຽງ ສົ່ງສຳນຽງເອີ້ນໝູ່
ເຖິງບໍ່ມີຂຽດໃດຄູ່ ຢູ່ໜອງຫົວໃຈໃກ້ຕົນ
ເຖິງບໍ່ຢູ່ຄູ່ຕົນ ກໍ່ຍັງດີພໍໄດ້ຍີນເອີ້ນ
ຜູ່ຮ້ອງເດີມສຳນຽງ ເຖິງສຽງນັ້ນຮ່າງໃກ ກໍ່ຕາມ.
ມື້ນຶ່ງຂຽດຕື່ນຂ້ຶນ ຮ້ອງສົ່ງສຽງດັ່ງເກົ່າ
ແຕ່ກໍ່ບໍ່ມີຂຽດເຈົ່າ ສົ່ງສຽງຮ້ອງຮ່ວມຕົນ
ແຕ່ເຂົາບໍ່ຫວນຄິດຄົ້ນ ເລື່ອງອືນອີກສິ່ງໃດ
ເພາະຕົນຫ້າກດີໃຈ ມີບ່ອນຢູ່ໃກ້ຕົ້ນກ້ວຍ
ເປັນບ່ອນຮົ່ມເຢັນດ້ວຍ ງອຍກ້ວຍແຫ່ງມ່ວນໃຈ ເຂົາແລ້ວ.
Sunday, No