Discussion:
SOH: ສົ່ງພອນອວຍໄຊເຖິງໃຜນັ້ນບຸກຄົນໜຶ່ງ (Sending Sincere Wishes to One of the Individuals)
(too old to reply)
SULILEC
2015-12-27 19:29:32 UTC
Permalink
"ສົ່ງພອນອວຍໄຊເຖິງໃຜນັ້ນບຸກຄົນໜຶ່ງ"


Sending Sincere Wishes to One of the Individuals

ຂໍສົ່ງພອນອວຍໄຊ
ເຖິງໃຜນັ້ນບຸກຄົນ ອີກນຶ່ງ
ຂໍຮັກເຈົ້າຈົ່ງຊາບຊຶ້ງ
ຄົງຢູ່ຢ່າງອາດຫານ
ຈົ່ງມີຊີວິດຊື່ນມື່ນບານ
ຫວານນານດ່ັງແກ້ວວາຈີ
ດັ່ງດອກໄມ້ດິບດີ
ງາມໂສພີບໍ່ໂຫຍຫ່ຽວ ຈິ່ງແລ້ວ
ຈົ່ງພູມໃຈໝັ່ນຮັກນຶ່ງດຽວ
ບໍ່ຫວັງກ້ຽວກົວຢ້ານຫ້າກໝັ້ນຄົງ
ແມ່ນແຕ່ມົນຖິນປາງໃດຈົ່ງ
ກວນໃກ້ກິ່ນໄມ້ຄາວໝອງ
ແມ່ນແຕ່ໄພມານປອງ
ໝາຍມອງຄິດຄອງຮ້າຍ
ກໍ່ໃຫ້ກາຍໝົດຊຽ້ງ
ໃຫ້ງາມກ້ຽງດັ່ງຄຳຄ່ອງ
ຂໍສິ່ງສັກສິດຄິດດີປະຄອງ
ຈົ່ງປົກປັກຮັກສາແລມອງເຈົ້າ
ອີກສິ່ງເສົ້າໝອງເລົ່າເນົາ
ມົນຖິນກິ່ນຄາວໝົກໄໝ້
ແນວບໍ່ດີຂວັນຫາຍຕາມໃກ້
ກໍ່ໃຫ້ກັບກາຍຄືນດີສຸ່ບ່ອນ
ຂໍເຈົ້າຈົ່ງປະຄອງບ່ອນສຸກຊັ້ນ
ດີໝັ້ນດັ່ງປຣາດຖນາ
ແມ່ນແຕ່ແລມອງຈາ
ກໍ່ໄຮ້ເຫງົາເສົ້າຊວງໃນ
ຂໍຄຳກອນອັນປະເສີດໄດ້
ຈົ່ງບັງເກີດພອນໄຊສັກສິດ
ດັ່ງຄຳສຸພາສິດ
ພະຄູເອີ່ຍເຄີຍພາສອນ
ໃນປີໃໝ່ທີ່ຢ້ອນ
ຜູ່ໄຮ້ສິດກອນກໍ່ດີອວຍໄຊໃຫ້ພອນ
ໃຫ້ໄຮ້ເລົ່າມົນຖິນຕ້ອນ
ຜູ່ຮ້າຍມານໃດໆກວນໃກ້
ແມ່ນແຕ່ມອງກໍ່ບໍ່ໝອງໄໝ້
ມອງບ່ອນໃດກໍ່ດີຜ່ອງ
ສົມດັ່ງໃຈປອງມອງພົບໄວ້
ສີສັນສວຍດັ່ງຄຳໄດ້ຖືກເລົ່າຫຼໍ
ດັ່ງຄຳລໍຖືກເກັບເອົາ
ໄວ້ລຳເນົາກໍ່ງາມດີດັ່ງເກົ່າ ສາທຸ.

Post to Social Culture Laos on December 27th, 20
s***@gmail.com
2015-12-28 13:35:31 UTC
Permalink
Look Google translator computer imaging or robots,
Anytime if the word "Business" is being mentioned again on poem, I will be sure that WWW.GOOGLE.COM got enough money which I will be sending to Mountainview in California so that Google would have enough money to get a better translation.
Loading...