Discussion:
The passing away of Ajarn William Ditthavong, a giant of contemporary Lao music
(too old to reply)
CASALAO
2021-10-12 00:52:32 UTC
Permalink
The sad news were announced just about now the 11th of October 2021. He passed away in Paris France. He was a songwriter and performer of the modern Lao music(ເພງລາວແບບສາກົນ) through and through! He leaves us an invaluable work. He penned so many songs many masterpieces such as this one
Many of his songs were widely covered and remastered by ລາວນອກ ລາວໃນ artists perhaps as a form of respect and homage to a giant Lao music idol.

Here are some of his songs remixed by various Lao artists



Sulilec @Gmail.com
2021-10-12 14:38:38 UTC
Permalink
ຂໍສະແດງຄວາມເສຍໃຈໃນຄອບຄົວຂອງ Ajarn William Ditthavong ທີ່ໄດ້ຮັບຮູ້ເຖິງການເສຍຊີວິດ. ເມື່ອຮັບຮູ້ວ່າຕາຍແລ້ວ ຕາຍແລ້ວກໍ່ຕາຍໄປ ຈະບໍ່ເໜັນຕີງ ເປັນສົບດັ່ງຂອນໄມ້ບໍ່ເໜັນບໍ່ຕີງ ຜູ່ທີ່ມີຊິວິດຄວນຮັບຜິດຊອບຊິເຮັດແນວໃດດີກັບຂອບຊົບຜູ່ທີ່ຕາຍແລ້ວ. ຜູ່ຄົນສັດສາວ່າສິ່ງບໍ່ມອງເຫັນແມ່ນແຕ່ເງົາເມື່ອຂອນທີ່ຕາຍແລ້ວມຽນ. (ວັນອັນຄານທີ່ 12 ປີ 2021)

SUL
CASALAO
2021-10-22 15:06:42 UTC
Permalink
ຂໍເວົ້າເພີ່ມເຕີມ ກ່ຽວກັບຜົນງານຂອງ ອາຈານວິລລ່ຽມ ດິດທະວົງ. ສໍາລັບຊີວິດສ່ວນຕົວຂອງທ່ານແລ້ວ ຂ້ອຍບໍ່ຮູ້ເລີຍ ເໝືອນກັບທຸກຄົນ. ແຕ່ຄັນເວົ້າເຖິງຜົນງານ ທາງດ້ານດົນຕຣີຂອງເມືອງລາວ ໃນຍ່ານກາງສັດຕະວັດທີ່ຊາວ ຈົນມາເຖິງດຽວນີ້ແລ້ວ ຂ້ອຍພໍສະລຸບໄດ້ວ່າ ອາຈານວິລລ່ຽມ ເປັນຜູ້ບຸກເບີກຄະບວນດົນຕຣີລາວສາກົນ ຊື່ງເລີ່ມຕົ້ນໃນຍ່ານທ້າຍ 1960's ເເລະໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈາກ ຊາວໜຸ່ມລາວ ໃນສມັັຍນັ້ນ. ອາຈານວິລລ່ຽມໃຫຍ່ເປັນບ່າວຂຶ້ນມາ ພໍດີຖືກຕອນ ດົນຕຣີ rock and roll ພວມເຜີຍແຜ່ ດັງໄປທົ່ວໂລກ ຊື່ງມີ Elvis Presley ເປັນຕົວເດັ່ນ ຍ້ອນສຽງຮ້ອງແລະທ່າທາງລີລາເຕັ້ນ ຂອງລາວ. ອາຈານວິລລ່ຽມ ຊື່ງຕອນນັ້ນເລີ່ມເປັນນັກດົນຕຣີ ແລະ ຍ້ອນໂຕເອງກໍມັກດົນຕຣີ rock and roll ນີ້ແດ່ ກໍເລີຍ ມີຄວາມຄິດ ຄົ້ນຄ້ວາ ແຕ່ງເພງລາວແບບໃໝ່ ໂດຍເອົາທໍານອງສາກົນມາໃຊ້ ດັ່ງເຮົາໄດ້ຍິນໄດ້ຟັງ ຈາກຜົນງານຂອງຜູ້ກ່ຽວ ຫຼາຍໆເພງດ້ວຍກັນ ຕົວຢ່າງເພງ ເພາະອ້າຍນີ້ລືມນ້ອງບໍ່ລົງ, ໂອເມືອງຫຼວງ, ຊີວິດຄົນ, ສາວສມັຍ, ໃຈຂອງຍິງ.

ນອກຈາກ ອາຈານວິລລ່ຽມ ທີ່ເປັນຜູ້ບຸກເບີກຄະບວນການເພງລາວສາກົນແລ້ວ ຂ້ອຍຄິດວ່າ ນັກຮ້ອງອີກສາມສີ່ທ່ານ ທີ່ມີບົດບາດ ຊ່ອຍສຸກຍູ້ໃຫ້ ເພັງລາວແບບສາກົນ ດັງແລະເປັນທີ່ນິຍົມຊົມຊອບໃນສັງຄົມລາວເຮົາແລ້ວກໍຍັງ ມີ ອາຈານວໍຣະເດດ ດິດທະວົງອ້າຍກົກຂອງ ອາຈານວີລລ່ຽມ, ອາຈານພົມມະພິມມະສອນ ແລະອາຈານສີລາວົງແກ້ວ.

ເພງນີ້ຫຼາຍຄົນ ໄດ້ເອົາມາຮ້ອງໃໝ່. ຂໍຖືວ່າເພງນີ້ ເປັນເພງສະດຸດີ ໄຫວ້ອາລັຍເຖິງດວງວິນຍານ ຂອງ ອາຈານວິລລ່ຽມ ດິດທະວົງ ລອງຟັງເບິ່ງເດີ. RIP Sir.





http://youtu.be/_OFipP6Lmpc


Loading...