Sulilec @Gmail.com
2022-01-19 14:10:30 UTC
SUMARY: There was once a poor couple. When they got married the wife was pregnant. Both husband and wife went to ask for a blessing to receive a beautiful girl to conceive. When the baby born was a girl who is filled of beauty but most of all is her hair that admittedly a beauty to one who come to see her in person. Her name is as name the gorgeous hair in Laotian language. When she gets older she put her gorgeous hair in a glass container wishing to find soulmate of a life time.
"ຄົນລາວວຽງຈັນ ຫຼຶ ຢູ່ບ່ອນໃດກະຕາມ ທຸກຄົນຮູ້ກ່ຽວກັບນິ
ທານຊີວິດນາງຜົມຫອມແລະຄອບຄົວການເປັນຢູ່, ຈິ່ງບໍ່ແປກ
ທີ່ຄົນລາວມີ ຜົມອັນດົກດໍາດັ່ງແກ່ນຕາຂອງຕົນ." (ດມວ)
……………………………………………………………………………………………………………
ກະວີ 1: ຄອບຄົວຍາກຈົນຜົວເມັຍນຶ່ງ
“ຮຽນຂໍກ່າວເລື້ອງ ຄັ້ງນຶ່ງຍິງຮັກຊາຍ
ເຊິ່ງສິງຢູ່ຈິດຮັກ ຫຼາຍຊົ່ວຄົນມາແລ້ວ
ແຕ່ເຮັດໃດໄດ້ ເມື່ອຮັກນັ້ນບໍ່ສົມປາດຖນາ
ນາງຈິ່ງວິວອນ ສິ່ງສັກສິດທົ່ວດິນແດນດ້າວ.”
ນຶ່ງຄອບຄົວຜົວເມັຍ ຜູ້ຍາກຈົນຮ່ວມຊາວບ້ານ
ເມື່ອງແຕ່ງງານ ດັ່ງປະເພນີຖິ່ນບ້ານ
ອີກບໍ່ດົນຜູ້ເປັນເມັຍ ຖືພາລູກ, ບໍ່ສະບາຍ
ເມື່ອຮູ້ວ່າເມັຍຕັ້ງທ້ອງ ຄູ່ຜົວເມັຍໄປວັດໃກ້ບ້ານ
ເພື່ອວິວອນສິ່ງສັກສິດ ຂໍພອນປະເສີດ”ຈົ່ງເກີດໃຫ້ລູກຕົນ”
ທີ່ຊາວບ້ານພາເຊື່ອຖື ເປັນຖິ່ນສັກສິດຂອງຊາວປະຊາ
ພວກເຂົາທັງສອງ ໄດ້ສາບານບອກກ່າວ
ດ້ວຍສິ່ງທີ່ຕົນມີຢູ່ ດອກໄມ້ຫອມທູບທຽນຮັກຍິ້ງ
ຍົກໄປໃສ່ສານວັດ ຫວາຍຂໍຄວາມເມດຕາປານີ…
ໃນການມີລູກເທື່ອນີ້ ເມື່ອກັບນອນໃນຄືນນັ້ນ
ຜູ້ເປັນເມັຍນອນຝັນ ວ່າຕົນໄດ້ແວນເພັດຍອດງາມ
ຢູ່ໜອງນໍ້ານານຶ່ງ ທີ່ຕົນກໍາລັງຊ້ອນຢູ່
ໃນຝັນ ນາງດີໃຈເຫຼືອຫຼາຍ ເມື່ອຢິບແວນເພັດມາເບິ່ງ
ກໍ່ສວມພໍດີມື ທີ່ນິວນາງສົມໃຈປອງ
ນາງຫຼົງໄຫຼຮັກແວນຍິ້ງ ເມື່ອຍໍຂຶ້ນໃສ່ຕາເວັນ
ມັນສົ່ງແສງປະກາຍ ຂາວງາມໄປທົ່ວເມືອງ
ເມື່ອຊວດນອນຕື່ນຂຶ້ນ ນາງກໍ່ດີໃຈຫຼວງຫຼາຍ
ຈິ່ງໄດ້ບອກຄວາມຝັນ ໃຫ້ຜົວຮັກຮັບຮູ້
ເຂົາກໍ່ດີໃຈແຕ່ກໍ່ ບໍ່ສິ້ນຄວາມຫ່ວງໃຍ…
ຊາວບ້ານຫຼາຍຄົນ ທີ່ໄປຮ່ວມຕັກບາດ
ເມື່ອຮູ້ກ່ຽວກັບຝັນ ໄດ້ກ່າວບອກເດົາວ່າ
ລູກຂອງນາງຊິເກີດ ເປັນລູກຍິງຜູ້ສວຍງາມ…
ແມ່ນວ່າຈະເປັນລູກຍິງ ຊາລືໄປດ້ວຍໂສມ
ຫ້າກເປັນລູກຍິງຈິງ ກໍ່ແມ່ນມະໂນພໍ່ ຜູ້ມັກ.
ຜົວຂອງນາງກໍ່ບອກວ່າ ເຂົາກໍ່ດີໃຈຈິງແທ້
ເພາະຜູ້ເປັນຜົວ ມັກຢາກໄດ້ລູກຍິງ ເທົ່ານັ້ນ.
ຄູ່ຜົວເມັຍຍາກຈົນຄູ່ນັ້ນ ກໍ່ຕຽມວິທີເກີດລູກນ້ອຍໃຫ່ມ
ເກີດລູກຢູ່ກໍາຝີງໄຝ ເປັນພິທີຕາມປະເພນີ ດີງາມ
ເມື່ອຄົບຮອບຂອດລູກ ຜູ້ເປັນເມັຍບໍ່ຄິດຫຍັງຫຼາຍ
ແມ່ນແຕ່ອາຫານກິນ ຜູ້ເປັນຜົວກໍ່ບໍ່ຍອມໃຫ້ກິນ
ບອກວ່າກິນອາຫານ ອາດໃຫ້ເກີດລູກຍ້າກ ດັ່ງກ່າວ
ດ້ວຍຄວາມເຊື່ອນັ້ນເອງ ນາງກໍ່ບໍ່ກິນຫຍັງ
ຄູ່ຜົວເມັຍເດີນທາງ ໄລຍະນຶ່ງຈິ່ງຮອດບ່ອນໝາຍເກີດ
ທີ່ມີການນັດໝາຍ ເປັນທີ່ຮຽບຮ້ອຍໄວ້ແລ້ວ
ບໍ່ດົນ ເມື່ອຮອດບ່ອນເກີດລູກ ກໍ່ປະກົດວ່າງ່າຍດາຍ
ເພາະດ້ວຍການເດີມທາງ ເຮັດໃຫ້ລູກທີ່ເກີດ
ດັ່ງວ່າຊ່ອຍເກີດໄດ້ດີ ດ້ວຍບໍ່ທໍລະມານເຈັບຫຼາຍ ພຽງໃດ
ບໍ່ຮອດຈັກຊົ່ວໂມງລູກຍິງ ກໍ່ໄດ້ເກີດດັ່ງກະໄວ້
ເປັນລູຸກຍິງດັ່ງຄໍາກ່າວ ດັ່ງຫຼາຍຜູ້ຄົນບອກ
ຄູ່ຜົວເມັຍທີ່ຢາກຈົນ ພົບລູກຍິງຄົບ 32 ຢ່າງດັ່ງພະສອນ
ດັ່ງເດັກນອ້ຍຍິງທົ່ວໄປ ທີ່ເກີດຮ່ວມໂລກ
ເຂົາເປັນເດັກຍິງສວຍສົດ ງາມສະງ່າສົມແພງແມ່ພໍ່
ທີ່ເດັ່ນສຸກກໍ່ຄື ມີຜົມດົກດໍາພິເສດ
ທີ່ບໍ່ເຄີຍພົບເຫັນ ກັບຄົນແຖວນີ້ຈັກເທື່ອ
ດ້ວຍຄູ່ຜົວເມັຍ ເປັນຄົນທີ່ຍາກຈົນ
ຊີວິດທີ່ມີກໍ່ດັ່ງ ຊອກຢູ່ຫາກິນຕາມພາສາ
ຄົນທີ່ມີຄອບຄົວ ຢາກເປັນຝັ່ງເປັນຝາດີ
ເມື່ອພົບວ່າລູກຍິງຕົນ ເປັນລູກຍິງງາມຫຼາຍ
ມີຜົມດົກແກ່ນຕາດໍາ ຜິວຂາວພິເສດເນືອທໍາມະດາ
ຄູ່ຜົວເມັຍກໍ່ດີໃຈຫຼາຍແລ ຈິ່ງຕັ້ງຊື່ລູກນ້ອຍຕົນວ່າ
”ນາງຜົມຫອມ” ຫວນ ດັ່ງສວນດອກໄມ້…
------------------------------------------------
ຄໍາເຕືອນໃຈ: “ນໍ້າໃສໄຫຼດີ ມີຄົນງາມໃຈດີ ຢູ່ຫັ້ນ...” (Sulilec)
-Wednesday, January 19th, 2022; 9:10