CASALAO
2020-06-15 22:36:55 UTC
ຕາມເບິ່ງນີ້ ຄົນດໍາຖືກຕໍາລວດຂາວຂ້າຕາຍ ແບບບໍ່ມີເຫດຜົນພຽງພໍນີ້ ມັນຢາກດຸແທ້ໆໄດນີ. ຄົນພາກັນປະທ້ວງເຣື່ອງການຕາຍຂອງຄົນດໍາຊື່ George Floyd ຍັງບໍ່ແລ້ວ, ຕໍາຣວດຢູ່ Atlanta ພັດຍິງ Rayshard Brooks ຕາຍຄາທີ່ ກໍເລີຍເຮັດໃຫ້ມີການປະທ້ວງ ຢູ່ຫຼາຍບ້ານຫຼາຍເມືອງ ຢ່າງຟົດເດືອດຂຶ້ນຕື່ມອີກ. ຕາມເບິ່ງວີດີໂອແລ້ວ ໝໍ Rayshard Brooks ຄົນດໍາຢູ່Atlanta ບໍ່ຄວນຖືກຂ້າຕາຍເລີຍ. ອັນນີ້ແມ່ນ ຕໍາຣວດບໍ່ຮູ້ຈັກ ລົດຜ່ອນ ສະຖານະການເຄັ່ງຕຶງ ຫຼາຍກ່ວາ. ແມ່ນຫຍັງ... ໝໍດໍານີ້ໄປຊື້ແນວກິນຢູ່ຮ້ານ Wendy's ບັງເອີນນອນລັບຄາລົດໂຕເອງ ກໍຖືກຂ້າຕາຍແບບໝາໆ.
ທີ່ມີການປະທ້ວງ ຢູ່ຫຼາຍບ້ານຫຼາຍເມືອງໃນອະເມຣີການີ້ກໍຍ້ອນວ່າ ຄົນສ່ວນຫຼາຍກໍເຫັນຢ່າງແຈ່ມແຈ້ງແລ້ວວ່າ ຕໍາຣວດຂາວຂ້າ ຄົນດໍາແບບບໍ່ມີເຫັດຜົນພຽງພໍນີ້ ມັນມີມາຫຼາຍເທື່ອຫຼາຍທີແລ້ວ. ຫຼາຍຕົວເມືອງໃຫຽ່ ກໍເລີ່ມມີການປ່ຽນແປງ ນະໂຍບາຍດ້ານການປະຕິບັດງານຂອງຕໍາຣວດ ຕົວຢ່າງບໍ່ໃຫ້ໃຊ້ວິທີຫັດຄໍອີກ.
ລອງຖ້າຟັງກັນນໍ ວ່າທາງຣັດທະບານກາງ ຈະມີນະໂຍບາຍຫຍັງ