l***@gmail.com
2015-06-12 20:37:47 UTC
ດົນແລ້ວ ບໍ່ໄດ້ເຂົ້າມາທັກທາຍສະບາຍດີ ປະກົດວ່າ ຫາຍຫນ້າຫາຍຕາໄປຫລາຍທ່ານ ແຕ່ກໍຂໍຊົມເຊີຍ ຜູ້ທີ່ຍັງຢູ່ຢ່າງສະເຫມີຕົ້ນສະເຫມີປາຍມາຕະຫລອດ 20 ກວ່າປີຜ່ານມາແລ້ວເດ ບໍ່ຄິດເລີຍວ່າ ເວລາຜ່ານໄປຈະໄວປານນີ້ ຖ້ານັບແຕ່ປົດປ່ອຍມານີ້ ກໍຊິຮອດ 40 ປີແລ້ວເດ ອາຍຸສັງຂານຫລາຍທ່ານຢູ່ນີ ກໍເລີຍ 60 ໄປແລ້ວແມ່ນບໍ ເພາະສະນັ້ນ ຍັງເຫລືອເວລາບໍ່ຫລາຍປານໃດແລ້ວ ພວກເຮົາຄວນຮັກແພງກັນໄວ້ ແລະ ເຮັດສິ່ງດີໆມີປະໂຫຍດແກ່ບ້ານເມືອງ ແລະ ສັງຄົມລາວເຮົາໃຫ້ຍືນຍົງທະນົງແກ່ນຕໍ່ໄປ ເພື່ອໃຫ້ລູກຫລານທີ່ເກີດໃຫມ່ໃຫຍ່ລຸນ ໄດ້ເອກອ້າງທະນົງໃຈເຖິງຄຸນງາມຄວາມດີຂອງບັນພະບຸລຸດພວກເຂົາເຈົ້າຕະຫລອດໄປ
ສປ��
ສປ��