SULILEC
2015-04-13 13:21:35 UTC
ກອນພອນໄຊຍ໌ປີໃໝ່
*ວັນເດືອນປີເຄື່ອນຍ້າຍ ປີເກົ່າກາຍໄປ...
ປີມະເມັຍໄລລາໜີ ປ່ຽນລະດູໄປແລ້ວ
ປີມະແມມາຖະເລີງຕັ້ງ ກາຍມາເປັນປີໃໝ່
ປີໃໝ່ຍົກຍ່າງເຂົ້າ ຊີໂຮມເຕົ້າຄູ່ສູ່ແນວ ຫັ້ນແລ້ວ.
*ທ່າຍປີເກົ່ານີ້ ສິ່ງບໍ່ດີໃຫ້ເກັບກວາດໄກໜີ
ຂອງອັບປີຈັງໄຮ ເຄາະຫ໌ເຂັນເວຣຮ້າຍ
ໃຫ້ສະລາຍເສັຍສ້ຽງ ສູນຫາຍໄປທຸກສິ່ງ
ຄວາມທຸກຂ໌ໂສກໂຣຄຮ້າຍ ຈົ່ງໃຫ້ເວັ້ນຮ່າງໄກ ແນ່ທ້ອນ.
*ໃຫ້ປີໃໝ່ນີ້ ມີໂຊຄມະຫາໄຊຍ໌
ນຶກຄິດປາດຖະນາແນວໃດ ຈົ່ງໃຫ້ໄດ້ມະໂນເຈົ້າ
ບັດວ່າສຸຂກາຍແລ້ວ ໃຫ້ສຸຂໃຈພ້ອມພໍ່າ
ສິລທັມມ໌ນຳຫໍ່ຫຸ້ມ ປົກກຸ້ມເຫຼື່ອມໃສ ແດ່ທ້ອນ.
*ໃນປີໃໝ່ນີ້ ຈົ່ງລະຊົ່ວທຳດີ
ທຳຈິຕໃຈຂອງຕົນ ໃຫ້ຜ່ອງໃສສະອາດພ້ອມ
ເວຣບໍ່ນຳຕຳຕ້ອງ ໜັ່ນທຳທານອະໄພຍ໌ໂທສ
ໂຜດເມຕຕາຢູ່ເລື້ອຍ ບຸນກຸ້ມທຸກສະຖານ ທ່ານເຮີຍ!
*ອາວະສາຣສຸດສ້ຽງ ສຽງກອນທັມມ໌ຮ້ອງປ່າວ ຝັງເນີ.
ຂໍໃຫ້ຊາວລາວພີ່ນ້ອງ ໃຫ້ໂຮມເຂົ້າຮັກກັນ ຫັ້ນແລ້ວ.
ຖືສິລທັມມ໌ບອກໃຫ້ຮູ້ ວ່າລາວເຮົານັ້ນທ່ຽງທັມມ໌ ຈິງແລ້ວ.
ຊາຍຍິງລາວຢູ່ຫົນໃດ ຈົ່ງມີໃຈທ່ຽງທັມມ໌ຮັກກັນສະເມີດ້າມ ນັ້ນທ້ອນ.
***This is Lao poem copy and fix into my liking from a Lao calendar 2015 by Voraphet Poonsiri (ທ່ານ ວໍຣະເພັດ ພູນສີຣິ). It is a universal new year of 2015. Type on February 22nd