Discussion:
Sense of Humor: "ກະຕ່າຍໝາຍຈັນ" (To Honor Autumn Soon To Come)
(too old to reply)
SULILEC
2016-08-20 15:21:54 UTC
Permalink
ຂຽນຜິດບໍໄດ້ເວ້ົາຜິດ ຄິດຜິດບໍໄດ້ທຳຜິດ, ຄຳວ່າ ໂຕກະຕ່າຍນັ້ນ ມີໄມ້ເອກສະເມີ...ລອງອີກເ�
s***@gmail.com
2016-08-20 15:25:21 UTC
Permalink
To Social Culture Laos Member and everyone:

“ກະຕ່າຍໝາຍຈັນ” ໄດ້ຂຽນຂຶ້ນຈາກເພັງທີ່ປະທັບໃຈ “ກະຕ່າຍໝາຍຈັນ” ຂອງຊາຍໝຸ່ມຄົນນຶ່ງ ທີ່ມີຄວາມໝາຍອັນດີຊຶ້ງ ທີ່ຜູ່ຂຽນເອງບໍ່ເຊື່ອເລື່ອງພະເຈົ້າສ້າງໂລກ ຫ້າກເຊື່ອເລື່ອງຄວາມຮັກມີຈິງ. ຖ້າໃຜໄດ້ຮຽນຮູ້ກຽວກັບຄວາມຮັກ ທ່ານຈະຮູ້ວ່າຄວາມຮັກນັ້ນມີຄວາມງົມງວຍ ແຝດຢູ່ ດັ່ງຄຳເວ້ົາຂອງຄົນຜູ່ນຶ່ງວ່າ “Love Is Blind” ແຕ່ແລ້ວຄວາມງົມງາຍກໍ່ໄດ້ກາຍໄປ ເຫຼືອໄວ້ກໍ່ແຕ່ຄວາມຮັກທີ່ດູດດື່ມ. Like the vine of Morning Dew, it is. ບໍ່ເຂົ້າໃຈເຊັ່່ນກັນວ່າເປັນຫຍັງລາວເອີ້ນເຄືອນີ້ເປັນເຄືອມີກິ່ນ ທີ່ມັນບໍ່ມີກິ່ນສົມຊື່ເລີຍ ເພາະມັນບໍ່ມີກິ່ນ
ເໝັນດັ່ງບອກກ່າວ ແລະເປັນເຄືອທີ່ແມງເຜິງມັກຕອມ ແລະ ກໍ່ມີແຕ່ເຜິງເທົ່ານັ້ນທີ່ຊົມດົມກິ່ນ, ທີ່ສັງເກດ. I like the American naming better, it is called Morning Dew. The light-blue to dark-blue petal in round shape funnel-like about one inch in diameter, looks very much like the star light in the most beautiful blue and bright-white at center with light green leaves and stems. I think it is a very romantic vine, I look at it and realize that it got 4 seeds represent the 4 chamber of human hearts. It blooms very softly in the morning until noon. It is not a flower to cut into a vase that I know, if it is I would love to have that vine in a vase, but anyway the vine is fussy and quit delicate too. Flower when done with bloom, it close up very nicely in light purple or blue color, and blooms only one time. It takes the whole summer months to form a complete descent 4 chamber seeds that hold whitish-look inside and seed taste deliciously nutty-like. So far this vine is amazing and also blooms very well in blue color all over, and it does not seem to give up twisting and twirling around whatever it can get a hold to climb up. I love this vine for it seems to come naturally, I even come up with romantic verse. However, the Lao that I know do not find this vine romantic, and I do not know why. Hmmm?

Romantic Vines of Morning Dew


ກ້ຽວຕາມໃບເຄືອ
ເລືອຕາມໃບຍອດ
ກອດຕາມຂໍຫຼ້ຽວ
ດອກດ່ຽວບ່ອນໃບ
ໄຕ່ກ້ຽວບ່ອນກອດ
ໄຮ້ບອດທິດທາງ
ດັ່ງພາຍ່າງຂັບອ້ຽວ
ຫ້າກຫ້ຽວຕາມຄັນເຄືອ
ເຊື່ອນຳຕາມມັກ
ຮັກແລ້ວຕາມຕື້...


ທ້າຍນີ້, ອ່ານ “ກະຕ່າຍໝາຍຈັນ” ແລ້ວຈິ່ງຄອ່ຍອ່ານ “ສະໂນເຝັກເຢັນ ກັບ ຫຍ້າຂຽວນິນ” ຄວບຄູ່ກັນເນາະ.


“ກະຕ່າຍໝາຍຈັນ”

ກະບອກບົດ 1

ນຶ່ງແດນດົງກ້ວງ ພູໃຫ່ຍຫຍ້າສູງ
ມີກະຕ່າຍນ້ອຍມຸງ ເຮືອນນອນຊົ້ນຢູ່
ເຂົາໄດ້ອາໃສຢູ່ ຫຼາຍວັນຈົນໃຫ່ຍ
ສິ່ງສຳຄັນຢູ່ໄດ້ ກໍ່ເມື່ອບໍ່ໄຮ້ເດືອນຊົມ
ກາງເວັນ ເຂົາຈະຊອກຫຍ້າຂຽວ ອາຫານດຽວຂຽວອ່່ອນ
ແລ້ວກໍ່ຫຼ້ຽວເຂົ້ານອນ ທີ່ປ່າຫຍ້າສູງພີ້
ເຂົາບໍ່ນອນຢູ່ລົບລີ້ ຫາດອກຫຍ້າຊົມຊ້ອມ
ພ້ອມປັກບ່ອນນອນຕົນ ຫວາຍອາໄລຈັນຂາວຈ້າ
ເມື່ອເບິ່ງເດືອນຂາວກ້າ ທີ່ເຖິງຝ້າງາມຂາວຜ່ອງ
ເຮັດກະຕ່າຍດວງນ້ອຍ ຜູ່ບໍ່ມີຄູ່ຈ້ອ
s***@gmail.com
2016-08-20 15:27:49 UTC
Permalink
ກະບອກບົດ 2
“ກະຕ່າຍໝາຍຈັນ”


ເຊົ້າຄໍ່າແລງສາຍ ເຂົາໝາຍຊົມຈັນ
ໝາຍຢາກໄດ້ຈັນເຈົ້າ ຮວ່ມເຂົ້າເປັນຄູ່ນອນ
ອອນຊອນຈັນງາມຕາ ນອນຢູ່ຖ້າຫຍ້າສູງນີ້
ນອນທີ່ຫຍ້າສູງ ຫຼຽວມອງຈູງໃຈພົບຮັກ
ພັນວັນມັກບໍ່ໜ່າຍແໜງ ຈັນທໍແສງຂາວແຈ້ງເຖິງຟ້າ
ຊຸວັນຄືນອນຖ້າ ມອງເບິ່ງຈັນກ້າອົບອຸ່ນໃຈ
ພໍບໍ່ຄຸ້ນເຄືອນຄິດຮອດໃສ ພໍ່ແມ່ເອອື້ຍອ້າຍຕົນ
ເພາະຕົນໝາຍຈັນກ້າ ສະງ່າງາມຂອງທອງຖິ່ນ
ບໍ່ວ່າ ເດືອນມີສ້ຽວຫຼາຍທ່າ ບໍ່ວ່າເດືອນມີວ່າຫຼາຍເນີ້ງ
ກະຕ່າຍນອ້ຍນອນເຊີງ ດັ່ງຢູ່ເວຫາພູພຸ້ນ
ເຂົາຈ້ອງມອງດັ່ງຄຸ້ນ ໝາຍຮັກຈັນສວຍເດັ່ນ
ເຂົາບໍ່ນອນກາງເວັນ ຫ້າກແລງເຢັນໝາຍຊົມຈັນ...

ກະບອກບົດ 3
“ກະຕ່າຍໝາຍຈັນ”

ຫົວໃຈເຕັ້ນພຽບພ້ອມ ໂດດດ່ຽວຮັກດຽວດາຍ
ເພາະທີ່ປ່າດົງໜາຫຼາຍ ບໍ່ມີຊ່ຽວກະຕ່າຍອື່ນພ້ອມ
ຈັນຈິ່ງດັງເປັນຄູ່ແທ້ ຄູ່ແກ້ຍາມຄຳຄືນ
ເຮັດໃຫ້ກາງຄືນນັ້ນ ແຈ້ງໃສດັ່ງຕະເວັນສາດຊ່ອງ
ເຂົາບໍ່ມັກຫຼຽວມອງ ຈ້ອງຕາເວັນຍາມສວຍ
ຫ້າກມັກເບິ່ງຊົມສວຍ ກາງຄືນຈັນພາໃຈສຸກ
ເພາະຕົວຕົນຜູ່ນ້ອຍ ຫຼົງຮັກຄອຍຈັນທີ່ດອຍສູງ
ຜູ່ທີ່ຢູ່ສູງກົ່ວຕົນ ບໍ່ຮູ້ຈັກກິຮອບ
ກະຕ່າຍພຽງເປັນໂຕມອບ ເຕົ້າຢູ່ດິນແຕ້ນແລ່ນ
ພຽງຫຼຽວແນມຟ້າ ຄຳຄືນສາຮັກໝາຍຈັນ
ແຕ່ກໍ່ບໍ່ເປັນດັ່ງຝັນ ຈັນບໍ່ຫອນລອຍລົງຕໍ່າ
ໃຫ້ກະຕ່າຍນອ້ຍພອ້ມພໍ່າ ພົບຈັນກໍາຜູ່ຕົນແພງ
ຈະບອກຮັກໃຫ້ແລ້ວ ຈິ່ງບໍ່ແຄ້ວຄິດກັ່ງວົນໃຈ
ສິ່ງທີ່ເກັບໄວ້ພາຍໃນ ແຕ່ດົນນານມາແລ້ວ
ແນວໃດກໍ່ໄດ້ ຫ້າກກະຕ່າຍໄດ້ດົມຊົມຈັນ
ພັນວັນກໍ່ຈະບໍ່ສະລາຍ ຈາງຫາຍໃນຮັກນີ້...

ກະບອກບົດ 4
“ກະຕ່າຍໝາຍຈັນ”

ມື້ນຶ່ງ, ປ່າຫຍ້າສູງ ປ່າສີໃຄຖືກຕັດກຽ້ງ
ເຮັດເປັນບອ່ນບ້ານຄຽງ ສະຖານຖິ່ນສັດອື່ນ
ເປັນທີ່ປູກປຸກເຊິ່ງພື້ນ ແປງທາງອື່ນໃຫ້ຢູ່ນອນ
ກະຕ່າຍຜູ່ໝາຍຈັນທີ່ຄອນ ບ່ອນນອນເກີດຫົດຫູ່
ເພາະບໍ່ມີບອ່ນປູດອກໄມ້ ຖ້າໄວ້ຫຼິ້ນດອກຊົມຈັນ “ອີກແລ້ວ”
ເຂົາໄດ້ຊົ້ນດີ້ດດັ້ນ ໄປທີ່ອື່ນຈາກຫຍ້າສູງ
ມາພົບເລົ່າປ່າກ້ວຍ ຕົ້ນສູງສວຍວົງໃຫ່ຍ
ກໍ່ດີໃຈທ່ຽງແທ້ ເພາະມີບ່ອນນອນແກ້ໃຫ້ເຊົາຄືນ
ແຕ່ເຂົາຍັງດີ້ດດື້ ຮັກໝາຍໝັ້ນຈັນຄວບຄູ່
ບໍ່ຂຸດຮູຢູ່ອົງອາດ ເພາະບໍ່ຢາກພາດໂອກາດພົບຈັນ
ອີກບໍ່ຢາກມີສັດໃດນັ້ນ ຮູ້ເອົາຈັນທີ່ຮັກຕົນ

ກະບອກບົດ 5
“ກະຕ່າຍໝາຍຈັນ”

ແລງນັ້ນ, ເຂົາເມື່ອຍຈົນ ນອນທົນຫຼົງລັບໄຫຼ ໄຮ້ຮູ
ເພາະຊອກຫາທີ່ນອນຢູ່ ກໍ່ແມ່ນມື້ດຫຼາຍແລ້ວ
ເມື່ອຮູ້ເມື່ອຄີງ ກໍ່ສຽງຂຽດຕານາຮອ້ງແຊວ
ພວກເຂົາຮອ້ງເປັນແຖວ ສົ່ງສຽງສໍານຽງໃກ້ໆ
ກະຕ່າຍອົດບໍ່ໄດ້ ຈິ່ງອອກແຕ້ນມອງຫາ
ກໍ່ປະກົດພົບໜອງປາ ຂຽດຫຼາຍໝູ່ນັ່ງຮໍ່່າຮອ້ງ
ທີ່ກາງວັງນຳ້ໜອງ ພົບຂາວແຈ້ງກົ່ວໝູ່
ນັ້ນກໍ່ແມ່ນຈັນຊູ້ ຕົນຮູ້ຫຼົງຮັກພໍດີ
ພໍມອງເຫັນຈັນເຈົ້າ ຂາວນວນແຈ້ງໜ້ານຳ້
ທີ່ເບິ່ງໃກ້ພໍຈັບໄດ້ ບໍ່ກວງໃກດັ່ງຟ້າກັບດິນ ດອຍພຸ້ນ
ເຂົາບໍ່ຄິດເອີ່ຍໃຫ້ຄຸ້ນ ເພາະຄິດວຸ້ນຮັກຈັນສວຍ
ດ້ວຍຫົວໃຈໄຝ່ຝັນ ວ່າຮັກຄັ້ງນີ້ເນົາຈິງ
ຈິ່ງໂຕນນຳ້ທີ່ຫຼິງ ເຂົ້າຊູ່ສະວິງໃຫ່ຍ
ໂຕນລົງບໍ່ພໍໃດ ນຳ້ສີໃສໃຫ້ປາຫົວ
ຄິດວ່າຕົວເອງບໍ່ກົວ ເພາະເມົາມົວຝາງຮັກຍິ້ງ
ກໍ່ພົບຈັນເຄີຍຊົມຫຼິ້ນ ໃສ່ນຳ້ໃສລອຍບໍ່ເປັນ
ແຕ່ກໍ່ມອງເຫັນຈັນ ເບິ່ງດັ່ງສະຫຼາຍຕົວບໍ່ມິຮູ້
ບໍ່ຂາວງາມເທົ່າຊູ່ ທີ່ເຫັນຢູ່ບົ່ນເວຫາ...

ກະບອກບົດ 6
“ກະຕ່າຍໝາຍຈັນ”

ເມື່ອຮູ້ຕົນໂດດຕົກນຳ້ສາ ບໍ່ໄດ້ຖາມຖ້າໃຜອື່ນໃດ
ລອຍບໍ່ເປັນອີກງົມງາຍ ກິນນຳ້ຫຼາຍກຶກຈິ່ງຮູ້ທັນ
ວ່ານັ້ນບໍ່ແມ່ນຈັນແທ້ ບໍ່ແມ່ນທາງແກ້ຮັກຕົນ
ແຕ່ກໍ່ສາຍເສັຍແລ້ວ ຕົນຕົກນຳ້ຈົມປ່ອມ
ແຕ່ກໍ່ຄິດສະເມີຕອນ ຮວ່ມຮັກນອນທີ່ນຳ້ໜອງ
ກຶກສຸດທ້າຍສະຫຼົບນອນ ກິນລູ��
SULILEC
2016-08-20 15:29:33 UTC
Permalink
ກະບອກບົດ 7
“ກະຕ່າຍໝາຍຈັນ”

ຮູ້ເມື່ອຟ້າຊາງແຈ້ງ ຈິ່ງຮູ້ສຶກຕົນນອນຢູ່ໂຄກ
ເພາະນໍາ້ໄດ້ພັດໂຈກ ມາຢູ່ແຄມດິນຊາຍພີ້
ພໍຮູ້ສຶກດີຂຶ້ນ ຕົນຕົວຂົນແຫ້ງຫ່ຽວ
ກໍ່ພໍເກັບກ່ຽວຄິດໄດ້ ບ້າຮັກໃນຈິ່ງຕົກນຳ້
ຄວາມກະຕ່າຍຮັກ ມັກຈັນແຕັມດວງບໍ່ເວັ້ນວ່າງ
ເຂົາໄດ້ຄິດຄຽດແຄ້ນ ຄວາມຮັກໄຮ້ແດນພົມ
ເພາະຕົນຫຼົງຮັກຈັນ ຂ້າງດຽວນັ້ນຊວຍແທ້
ກະຕ່າຍໝາຍແກ້ ບໍ່ແອບຮັກຈັນອີກ
ເຂົາໄດ້ນອນຫຼົງຫຼີກ ຂຸດຮູເລິກຂົດຢູ່
ຊຸຄືນບໍ່ມອງຊົມຈັນ ແມ່ນຕາເວັນກໍ່ບໍ່ສາດຊ່ອງ...
ເພາະຮູໃກປ່ອງ ບ່ອນສາດຊ່ອງແສງໄຟ...


ກະບອກບົດ 8
“ກະຕ່າຍໝາຍຈັນ”

ແຕ່ກໍ່ພົບຈັນກ້າ ເມື່ອວ່າຢາກໄຊ້ຫອ້ງນຳ້
ດົນນານຈິ່ງອອກພົ້ນ ຮູຕົນນອນພົບຈັນເທື່ອນຶ່ງ
ແລ້ວກໍ່ກັບເຂົ້າຮູຊຶ່ງ ຮູນອນເລິກແທ້ແດ່ຕົນ
ເປັນແນວນີ້ຊຸຄືນ ເຮັດໃຫ້ກະຕາ່ຍຕື່ນຮູ້ໃນຈິດ
ວ່າຈັນງາມມິດຊິດ ບໍ່ໄດ້ເຮັດຕົນຕົກນຳ້
ດ້ວຍໂຕເອງຝາງນອນ ຕື່ນສຽງຂຽດຮ້ອງສະນັ່ນ
ພໍມອງເຫັນຈັນກ້າ ທີ່ໜ້ານໍາ້ພໍຫຼຽວເຫັນ
ຄິດວ່າແນ້ວແນ່ແລ້ວ ນັ້ນແມ່ນສຸດທີ່ຮັກ ຂອງຕົນ
ຈິ່ງພົບວົງກົນຂາວແຈ້ງ ເຫົງາເດືອນແລງເນົາໜ້ານໍ້າ
ເມື່ອຄິດໄດ້ດັ່ງນັ້ນ ກະຕາ່ຍຍິ່ງໝາຍຮັກໃໝ່
ເຖິງຂຸດຮູນອນໄວ້ ກໍ່ບໍ່ໃຫ້ເລິກລຶກລັບໜາ
ເປັນຮູສາຕື້ນໆ ຄຳຄືນຕື່ນກໍ່ພົບຈັນ
ຜູ່ສົ່ງແສງຜ່ານຮູ ຊູ່ພື້ນບ່ອນຕົນນອນ
ກະຕາ່ຍບໍ່ຄິດຮອ້ນ “ແມ່ນຮັກ”ວິວອນຈິ່ງຕົກນຳ້ ວ່າເດ...

ກະບອກບົດ 9
“ກະຕ່າຍໝາຍຈັນ”

ງາມໜັງໜ້າຕົນແທ້ ດວງຈັນບໍ່ແກ້ແກງໃຫ້ຕົກ
ພຶດຕິກໍາຈັນສົດ ງົດງາມຄົງຄວາມສາດຊ່ອງ
ບົ່ງບອກຜູ່ຊົມມອງ ບໍ່ສົມຕ້ອງມອງດອງຂຽວ
ທ້າຍສຸດ, ກະຕ່າຍຄິດກ້ຽວ ຈັນຮັກດຽວມີຕໍ່ຕົນ
ເປັນຄວາມຮັກອົດທົນ ຮັກງາມທົນດູດດື່ມ
ກາງຄືນຮວ່ມເຈົ້າ ແມ່ນລຳເນົາແລ້ວກໍ່ສົ່ງແສງ
ເມື່ອກະຕ່າຍຄິດໄດ້ ກໍ່ຍິ່ງກັບຮັກຈັນງາມ
ດ້ວຍໂຕບໍ່ຮູ້ລອຍ ບໍ່ຕົກນຳ້ກໍ່ບໍ່ສ້າງຮູ
ເທື່ອນີ້ເຂົາໄດ້ນັ່ງຊົມຢູ່ ທີ່ຮູຄູ່ຮຽງສອງ
ມີກະຕ່າຍຕົວເມັຍ ນັ່ງມອງຢູ່ໃກ້ໆ...
.............................................
Post to Social Culture Laos at www.Google.com of U.S.A. board on Saturday, on 8/20/16 about 11:24 a.m., eastern time to hono
KC
2016-08-20 18:25:17 UTC
Permalink
ເພງ: ກະຕ່າຍໝາຍຈັນ
https://
KC
2016-08-20 18:34:25 UTC
Permalink
Post by KC
ເພງ: ກະຕ່າຍໝາຍຈັນ

http
KC
2016-08-20 18:39:37 UTC
Permalink
On Saturday, August 20, 2016 at 1:25:21 PM UTC-5, KC wrote:


ເພງ: ກະຕ່າຍໝາຍຈັນ
CASALAO
2016-08-20 22:55:05 UTC
Permalink
ໂອເຄ ຂອບໃຈເດີ ທີເອົາກອນນີ້ ມາໃຫ້ອ່ານ ຍັງໄຄກ່ວາ ກະຕ່າຍຕື່ນມາຕ
Loading...