ປະທານາທິບໍ່ດີ ທຣຳ ເປັນຄົນເຮັດແທ້ທຳຈິງໃດ... ກາສາລາວເດ? ພາກິນແລ້ວບໍ? ຮຶຮຶຮຶ...
hahah...yeah... ຄົນລະຕໍາລາ. ຂ້ອຍພັດວ່າ ເອົາລະນໍ ເປັນຕາຍຮ້າຍດີແນວໃດ ຄັນຜີຊິຂ້າມ້າຊິຢຽບແທ້ໆ ກໍຂໍໃຫ້ໄດ້ ກອກເຫຼົ້າແວງແຊບໆ ຈັກຂວດສອງຂວດກ່ອນທ້ອນ ກໍເລີຍເອົາມັນເສັຽ ຮູ້ສຶກວ່າໝົດຫຼາຍຂວດແລ້ວເດີ.
ອັນເວົ້າເຖິງຢາ hydroxychloroquine ນີ້ ມີບາງຄົນທີ່ເຄີຍເດີນທາງໄປເຮັດວຽກ ຢູ່ແຖວປະເທດອິນເດັຽແລະບາງປະເທດໃນຂົງເຂດເອເຊັຽຕາເວັນອອກສຽງໃຕ້ ເວົ້າໃຫັຟັງວ່າ ເຂົາເຈົ້າຕ້ອງໄດ້ກິນຢານີ້ເປັນເວລາ 6ໍ່0ມື້ແລະໄດ້ກິນກ່ອນເດີນທາງສີ່ມື້ ຄັນຈິເວົ້າແລ້ວເປັນແບບປ້ອງກັນ(prophilactic) ບໍ່ໃຫ້ໄຂ້ປ່າmalaria ເຂົ້າມາລົບກວນໂຕເອງໃນຊົ່ວຕອນເດີນທາງ ແລະຕອນກັບມາເມືອງອະເມລິກາຄືນ. ບາງຄົນກິນກໍບໍ່ມີບັນຫາຫຍັງ ແຕ່ບາງຄົນພັດໄຂ້ແຕກອອກ ມີອາການແບບໄຂ້ປ່າເລີຍ ຈົນໄດ້ເຊົາກິນຢານັ້ນກັບບ່ອນ.
ສໍາລັບການກິນຢາ hydroxychloroquine ເພື່ອປ້ອງກັນ ໂຣກໄຂ້ຣະບາດ covid19 ແບບອາຍາtrump ເວົົ້າໃຫ້ຟັງນັ້ນ ກໍຈິແມ່ນແບບປ້ອງກັນນໍ ຖ້າວ່າມັນໄດ້ຜົນເເທ້ກໍເປັນການດີ ແຕ່ວ່າທັງ ຜູ້ສໍານານດ້ານສຸຂະພາບຫຼາຍຄົນ ແລະສະຖາບັນການຄົ້ນຄ້ວາຫຼາຍບ່ອນ ກໍໄດ້ເວົ້າອອກມາຢ່າງແຈ່ມແຈ້ງແລ້ວວ່າ ມັນບໍ່ໄດ້ຜົນເດີ ຊໍ້າບໍ່ໜໍາຍັງເປັນອັນຕະລາຍຕໍ່ຮ່າງກາຍອີກດ້ວຍ ເຖິງຂັ້ນຕາຍເດີ ຄັນຍັງດື້ດ້ານຫົວແຂງບໍ່ຟັງຄວາມ ເອົາແຕ່ໃຈໂຕເອງຫັ້ນນາ.
ຂ້ອຍວ່າ ອາຍາtrump ເວົ້າຊື່ໆແບບນິໃສນັກເລງ ໝໍຕັ້ງເວົ່າຊື່ໆນີ້ນາ ເພາະຢາກເບິ່ງວ່າ ຄົນຈິເຊື່ອໝໍສໍ່າໃດ ແບບ how much he can get away with it. ໝໍເຄີຍເວົ້າວ່າ ກູຍິງຄົນຢູ່ກາງຖະໜົນດຽວນີ້ ຍິງໂປ່ງຕາຍ ບໍ່ມີຜິດ ແລະກໍບໍ່ມີໃຜກ້າທ້ວງຜຸ້ກ່ຽວເລີຍ ທັ້ງໆທີ່ເວົ້າແບບບ້າໆບ່ອງໆແທ້ໆ.
ໂອເຄ ຮາຮາຮາ ມີຄົນເວົ້າໃສ່ຂ້ອຍວ່າ ຮວາຍ ຮ່າເຈົ້າ ຄັນບໍ່ມັກ ອາຍາtrump ຫຼາຍປານນັ້ນກໍຢ່າຊູ່ເອົາ stimulus check ທີ່ອາຍາtrump ສົ່ງໃຫ້ເດີ ຮີບສົ່ງຄືນຫຼືສົ່ງໃຫ້ກູເດີ. ຮວາຍ ຮ່າເຈົ້າເອີຍ ໝາກພ້າວຕົກມືລີງແລ້ວ ມາຍາດເອົາຕີ ກໍຈິໄດ້ແຕ່ເປືອກມັນ ຫັ້ນແລ້ວ ອີກຢ່າງ ມັນບໍ່ແມ່ນເງິນ ອາຍາtrumpເດີ ມັນແມ່ນເງິນໄທເຮົາເຈົ້າຂ້ອຍທີ່ໄດ້ເສັຽພາສີ ມາແລ້ວ ຫຼາຍຟ້າຫຼາຍປີ ແລ້ວຈິມາເວົ້າບໍ່ໃຫ້ເອົາ ຈັ່ງຊີ້ຈັ່ງ�